ຂ່າວສານ

ນຳການພົວພັນລະຫວ່າງ ຫວຽດນາມ - ລາວ ໃຫ້ຂຶ້ນສູ່ລະດັບສູງໃໝ່

ສິ່ງທີ່ໜ້າສົນໃຈ, ການເດີນທາງຢ້ຽມຢາມທາງການຂອງທ່ານປະທານປະເທດ ຫວໍວັນເຖືອງ ດຳເນີນໃນຈຸດເວລາໃກ້ຈະຮອດບຸນປີໃໝ່ລາວ ພ.ສ 2566.
  (ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ)  

ໂດຍຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກປະຊາຊົນປະຕິວັດ ລາວ, ປະທານປະເທດ ສປປ.ລາວ ທອງລຸນ ສີສຸລິດ, ຕອນເຊົ້າວັນທີ 10 ເມສາ, ທ່ານປະທານປະເທດແຫ່ງ ສສ.ຫວຽດນາມ ຫວໍວັນເຖືອງ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ເດີນທາງອອກຈາກ ຮ່າໂນ້ຍ ໄປຢ້ຽມຢາມປະເທດ ສປປ.ລາວ ຢ່າງເປັນທາງການ.ການຢ້ຽມຢາມເພື່ອແນໃສ່ຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດ ຫວຽດນາມ ແມ່ນຍາມໃດກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດສູງສຸດສຳລັບສາຍພົວພັນມິດຕະພາບທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ.

ການເດີນທາງໄປຢ້ຽມຢາມ ສປປ.ລາວ ຢ່າງເປັນທາງການຂອງທ່ານປະທານປະເທດ ຫວໍວັນເຖືອງ ດຳເນີນແຕ່ວັນທີ 10 ຫາ 11 ເມສາ. ນີ້ແມ່ນການໄປຢ້ຽມຢາມເປັນຄັ້ງທຳອິດຂອງທ່ານນັບແຕ່ເມື່ອຮັບດຳລົງຕຳແໜ່ງປະທານປະເທດ ຫວຽດນາມ.

ກາພົວພັນລະຫວ່າງ ຫວຽດນາມ - ລາວ ພວມຢູ່ໃນທ່າພັດທະນາອັນດີງາມ

ເລື່ອງການນຳຂັ້ນສູງ 2 ປະເທດໄດ້ເລືອກເອົາປະເທດຂອງກັນແມ່ນປະເທດທຳອິດໄປຢ້ຽມຢາມ ພາຍຫຼັງທີ່ຮັບດຳລົງຕຳແໜ່ງການນຳໄດ້ກາຍເປັນປະເພນີ ແລະ ມູນເຊື້ອອັນດີງາມ, ສະແດງໃຫ້ເຫັນນ້ຳໃຈພິເສດລະຫວ່າງບັນດາອ້າຍນ້ອງທີ່ໃກ້ຊິດສະໜິດສະໜົມ, ສັດຊື່ບໍລິສຸດ.

ການໄປປະຕິບັດງານຂອງທ່ານປະທານປະເທດ ຫວໍວັນເຖືອງ ດຳເນີນໄປພາຍຫຼັງເວລາອັນສັ້ນໆທີ່ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ເລືອກຕັ້ງໃຫ້ດຳລົງຕຳແໜ່ງປະທານປະເທດແຫ່ງ ສສ.ຫວຽດນາມ ໃນວັນທີ 02 ມີນາ 2023. ຕາມທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ສປປ.ລາວ ຫງວຽນບາຮຸ່ງ ແລ້ວ, ສິ່ງນີ້ ອີກເທື່ອໜຶ່ງສະແດງໃຫ້ເຫັນວ່າ ການນຳພັກ ແລະ ລັດ ຫວຽດນາມ ໄດ້ສະຫງວນນ້ຳໃຈ ແລະ ຄວາມເອົາໃຈໃສ່ເປັນພິເສດໃຫ້ແກ່ ລາວ, ເປັນການສະແດງໃຫ້ເຫັນຄວາມຕັດສິນໃຈ ແລະ ຄຳໝັ້ນສັນຍາຢ່າງແຮງຂອງການນຳ 2 ປະເທດໃນການເພີ່ມພູນຄູນສ້າງສາຍພົວພັນທີ່ຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ຫວຽດນາມ - ລາວ ແລະ ພັດທະນາໃຫ້ຂຶ້ນສູ່ລະດັບສູງໃໝ່ຢ່າງບໍ່ຢຸດຢັ້ງ.

ສິ່ງທີ່ໜ້າສົນໃຈ, ການເດີນທາງຢ້ຽມຢາມທາງການຂອງທ່ານປະທານປະເທດ ຫວໍວັນເຖືອງ ດຳເນີນໃນຈຸດເວລາໃກ້ຈະຮອດບຸນປີໃໝ່ລາວ ພ.ສ 2566. ສະນັ້ນ, ການຢ້ຽມຢາມແມ່ນການສົ່ງສານພິເສດທີ່ສຸດ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ, ໃຫ້ຮູ້ວ່າ:

ດັ່ງທີ່ໄດ້ຮູ້ນຳກັນແລ້ວວ່າ ທຸກໆຄົນກໍ່ມີຄວາມປິຕິຊົມຊື່ນ ແລະ ມີຄວາມຜາສຸກທີ່ວ່າ ໃນຈຸດເວລາທີ່ບຸນປີໃໝ່ໃກ້ຈະວຽນມາ ມີບັນດາອ້າຍນ້ອງເພື່ອນມິດມາຢ້ຽມຢາມນຳມາເຊິ່ງບັນດານ້ຳໃຈໃກ້ຊິດສະໜິດສະໜົມອົບອຸ່ນ ແລະ ການສະໜັບສະໜູນທີ່ລ້ຳຄ່າການຢ້ຽມຢາມຄືນັລ້ານຄຳອວຍພອນອັນປະເສີດທີ່ສຸດຂອງປະຊາຊົນ ຫວຽດນາມ ສົ່ງເຖິງປະຊາຊົນລາວ ບັນດາເຜົ່າ ກ້າວເຂົ້າປີໃໝ່ຈົ່ງມີແຕ່ຄວາມໂຊກດີບັນລຸຜົນງານໃຫຍ່ຫຼວງກວ່າເກົ່າປະເທດ ລາວ ນັບມື້ນັບພັດທະນາຢ່າງວັດທະນາຖາວອນປະຊາຊົນນັບມື້ນັບອິ່ມໜຳສຳລານສົມບູນພູສຸກ”.

ປະຈຸບັນ, ການພົວພັນ ຫວຽດນາມ - ລາວ ພວມຢູ່ໃນທ່າພັດທະນາຢ່າງດີງາມ, ບັນດາຂໍ້ຕົກລົງຂອງການນຳຂັ້ນສູງຂອງ 2 ພັກ, 2 ລັດ, ບັນດາສັນຍາຮ່ວມມື 2 ຝ່າຍເຊິ່ງ 2 ປະເທດພວມຕັ້ງໜ້າຜັນຂະຫຍາຍ ແລະ ບັນລຸໝາກຜົນສຳຄັນຫຼາຍຢ່າງໃນທຸກຂົງເຂດ. ໃນໄລຍະຜ່ານມາ, ຫວຽດນາມ ແລະ ລາວ ໄດ້ຮ່ວມມືກັນຢ່າງມີປະສິດທິຜົນໃນທຸກຂົງເຂດ, ຄື: ການຮ່ວມມືປ້ອງກັນ ຕ້ານໂລກລະບາດໂຄວິດ-19, ການຮ່ວມມືດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບສືບຕໍ່ໄດ້ຮັບການປັບປຸງ. ພິເສດ, ການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນສືບຕໍ່ໄດ້ຮັບການຮັກສາໃຫ້ເປັນຢ່າງດີ. ປະຈຸບັນ, ມີເກືອບ 240 ໂຄງການເຊິ່ງ ຫວຽດນາມ ລົງທຶນຢູ່ ລາວ ທີ່ຍັງມີຜົນສັດສິດ, ດ້ວຍຍອດທຶນເກືອບ 5,4 ຕື້ USD, ຢືນອັນດັບທີ 3 ໃນຈຳນວນປະເທດ ແລະ ເຂດແຄ້ວນລົງທຶນເຂົ້າ ລາວ. ສະເພາະປີ 2022, ມີ 5 ໂຄງການລົງທຶນໃໝ່ຕື່ມອີກ ແລະ 4 ໂຄງການດັດປັບເພີ່ມທຶນ ລວມມູນຄ່າ 70 ລ້ານ USD. ປີ 2022, ວົງເງິນການຄ້າ 2 ສົ້ນບັນລຸເກືອບ 1,7 ຕື້ USD, ເພີ່ມຂຶ້ນ 25% ເມື່ອທຽບໃສ່ປີກ່ອນນັ້ນ.

2 ຝ່າຍກໍ່ຈັດການເລີ່ມລົງມືກໍ່ສ້າງ ແລະ ເປີດສະໜອງ, ມອບຮັບບາງໂຄງການນຳໃຊ້ທຶນຊ່ວຍເຫຼືອຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ແກ່ລັດຖະບານ ລາວ, ຄື: ເລີ່ມລົງມືກໍ່ສ້າງສູນບໍລິການເຕັກນິກກະສິກຳຢູ່ແຂວງ ໄຊສົມບູນ; ເປີດສະຫຼອງນຳໃຊ້ໂຮງງານປຸງແຕ່ງຜະລິດຕະພັນກະເສດ, ການຢາ ໄຊສົມບູນ; ຕັ້ງໜ້າຜັນຂະຫຍາຍການກໍ່ສ້າງໂຄງການສະໜາມບິນ ໜອງຄ້າງ ແລະ ຄາດວ່າຈະກໍ່ສ້າງສຳເລັດໃນປີ 2023 ນີ້.

ທາງກະຊວງສຶກສາຂອງ 2 ປະເທດໄດ້ປະກາດໃຊ້ແຜນຮ່າງຮ່ວມມືດ້ານການສຶກສາ ຫວຽດນາມ - ລາວ ໄລຍະ 2021 – 2030. ປີ 2022, ຫວຽດນາມ ໄດ້ສະຫງວນທຶນການສຶກສາເກືອບ 1.200 ທຶນໃຫ້ແກ່ນັກຮຽນ ລາວ ມາຮຽນຢູ່ ຫວຽດນາມ, ຍົກຈຳນວນນັກຮຽນ ລາວ ທີ່ພວມຮ່ຳຮຽນຢູ່ ຫວຽດນາມ ຂຶ້ນເປັນປະມານ 14.000 ຄົນ.

ສ້າງກຳລັງໜູນໃໝ່ໃຫ້ແກ່ການພົວພັນ 2 ຝ່າຍ.

ການເດີນທາງຢ້ຽມຢາມ ລາວ ຂອງທ່ານປະທານປະເທດ ຫວໍວັນເຖືອງ ດຳເນີນໃນສະພາບທີ່ ພັກກອມມູນິດ ຫວຽດນາມ, ພັກປະຊາຊົນປະຕິວັດ ລາວ ແລະ 2 ປະເທດພວມຜັນຂະຫຍາຍປະຕິບັດມະຕິຂອງລະແຕ່ພັກ, ປະຕິບັດແຜນການພັດທະນາເສດຖະກິດ - ສັງຄົມຂອງແຕ່ລະປະເທດ, ພິເສດແມ່ນການຟື້ນຟູເສດຖະກິດພາຍຫຼັງໂລກລະບາດໂຄວິດ-19 ແລະ ທັງ 2 ປະເທດບັນລຸໄດ້ບັນດາຜົນງານສຳຄັນ. ປີ 2023 ກໍ່ແມ່ນປີບານພັບຂອງການປະຕິບັດບັນດາມະຕິດັ່ງກ່າວ.

ສະນັ້ນ, ການໄປຢ້ຽມຢາມແມ່ນໂອກາດເພື່ອໃຫ້ທ່ານປະທານປະເທດ ຫວໍວັນເຖືອງ ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ພ້ອມກັບການນຳອື່ນຂອງ ລາວ ແລກປ່ຽນ, ເປັນເອກະພາບບັນດາການກຳນົດທິດ, ແຜນນະໂຍບາຍ ແລະ ມາດຕະການໃຫຍ່ ແນໃສ່ຊຸກຍູ້ການພົວພັນຮ່ວມມືຮອບດ້ານລະຫວ່າງ 2 ປະເທດໃນປີ 2023 ແລະ ໃນຊຸມປີຕໍ່ໄປ ໃຫ້ນັບມື້ນັບເລິກເຊິ່ງ ແລະ ບັນລຸປະສິດທິຜົນ; ແລກປ່ຽນສະພາບການຢູ່ພາກພື້ນ ແລະ ສາກົນທີ່ພົ້ນເດັ່ນຫວ່າງມໍ່ໆມານີ້, ການສົມທົບກັນຢູ່ບັນດາເວທີປາໄສສາກົນ ແລະ ໃນການແກ້ໄຂບັນດາບັນຫາຢູ່ພາກພື້ນ ແລະ ສາກົນທີ່ກ່ຽວຂ້ອງ. ທ່ານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ລາວ ຫງວຽນບາຮຸ່ງ, ເນັ້ນໜັກວ່າ:

ອາດຢືນຢັນໄດ້ວ່າ ການໄປຢ້ຽມຢາມ ລາວ ຄັ້ງນີ້ຂອງທ່ານປະທານປະເທດ ຫວໍວັນເຖືອ ມີຄວາມໝາຍສຳຄັນຍິ່ງຈະສ້າງກຳລັງໜູນຢ່າງແຮງຕໍ່ການເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດໃຫ້ບັນລຸປະສິດທິຜົນ ແລະ ໝັ້ນແກ່ນກວ່າປະກອບສ່ວນເຮັດໃຫ້ສາຍພົວພັນລະຫວ່າງ 2 ປະເທດກາຍເປັນປັດໄຈຕັ້ງໜ້າປະກອບສ່ວນເຂົ້າໃນສັນຕິພາບຄວາມໝັ້ນຄົງສະຖຽນລະາບ ແລະ ການຮ່ວມມືຢູ່ພາກພື້ນ ອາຊີ ແລະ ໃນໂລກ”.

ສາຍພົວພັນ ຫວຽດນາມ - ລາວ ແມ່ນສາຍພົວພັນພິເສດ. ດ້ວຍການເດີນທາງຢ້ຽມຢາມ ສປປ.ລາວ ຂອງທ່ານປະທານປະເທດ ຫວໍວັນເຖືອງ, 2 ປະເທດຈະຮຽງບ່າຮຽງໄຫຼ່ຮ່ວມເດີນທາງເພື່ອພ້ອມກັນພັດທະນາໃຫ້ຮັ່ງມີເຂັ້ມແຂງ, ປັບປຸງ ແລະ ເພີ່ມທະວີປະສິດທິຜົນຂອງສາຍພົວພັນແບບພິເສດ ຫວຽດນາມ - ລາວ, ປະກອບສ່ວນນຳການພົວພັນ 2 ຝ່າຍໃຫ້ພັດທະນາຂຶ້ນສູ່ລະດັບສູງໃໝ່.


top