ຂ່າວສານ

ນຳການພົວພັນລະຫວ່າງ ຫວຽດນາມ - ຈີນ ໃຫ້ສືບຕໍ່ພັດທະນາຢ່າງປອດໃສ, ມີສະຖຽນລະພາບ, ໝັ້ນຄົງໜັກແໜ້ນ

ທີ່ການເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນບັນດາການກຳນົດທິດໃຫຍ່ຢ່າງເລິກເຊິ່ງ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ປັບປຸງມິດຕະພາບ, ຍົກສູງປະສິດທິຜົນການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ.

ທີ່ການເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນບັນດາການກຳນົດທິດໃຫຍ່ຢ່າງເລິກເຊິ່ງ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ປັບປຸງມິດຕະພາບ, ຍົກສູງປະສິດທິຜົນການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ.

    

ທີ່ການເຈລະຈາ

(ພາບ: TTXVN)

ຕອນບ່າຍວັນທີ 31 ຕຸລາ, ຢູ່ນະຄອນຫຼວງ ປັກກິ່ງ, ພາຍຫຼັງພິທີຕ້ອນຮັບຢ່າງເປັນທາງການ, ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ທີການພົບປະເຈລະຈາກັບທ່ານເລຂາທິການໃຫຍ່, ປະທານປະເທດ ຈີນ ສີຈີ້ນຜິງ.

        ທີ່ການເຈລະຈາ, ການນຳ 2 ທ່ານໄດ້ແລກປ່ຽນບັນດາການກຳນົດທິດໃຫຍ່ຢ່າງເລິກເຊິ່ງ ເພື່ອແນໃສ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ປັບປຸງມິດຕະພາບ, ຍົກສູງປະສິດທິຜົນການຮ່ວມມືຢ່າງແທດຈິງໃນທຸກຂົງເຂດ, ຮັກສາສັນຕິພາບ, ສະຖຽນລະພາບຢູ່ທະເລ, ນຳການພົວພັນລະຫວ່າງ ຫວຽດນາມ - ຈີນ ສືບຕໍ່ພັດທະນາຢ່າງປອດໃສ, ມີສະຖຽນລະພາບ, ໝັ້ນຄົງໜັກແໜ້ນໃນໄລຍະຈະມາເຖິງ. 2 ຝ່າຍເຫັນດີສືບຕໍ່ຮັກສາການແລກປ່ຽນ, ພົບປະຂັ້ນສູງລະຫວ່າງການນຳ 2 ພັກ, 2 ລັດ ຢ່າງເປັນປະຈຳ ເພື່ອເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ແລກປ່ຽນ, ແກ້ໄຂບັນດາບັນຫາທີ່ເກີດຂຶ້ນໃໝ່ໃນການພົວພັນ 2 ຝ່າຍຢ່າງທັນການ ແລະ ຮັກສາທ່ວງທ່າພັດທະນາຢ່າງປອດໃສ, ມີສະຖຽນລະພາບໃນການພົວພັນລະຫວ່າງ 2 ປະເທດ.

        ກ່ຽວກັບບັນຫາຊາຍແດນ, ເຂດນ້ຳດິນແດນ, 2 ຝ່າຍເຫັນດີເພີ່ມທະວີການຄຸ້ມຄອງເສັ້ນຊາຍແດນຕາມບັນດາເອກະສານ, ຂໍ້ຕົກລົງທີ່ໄດ້ລົງນາມແລ້ວລະຫວ່າງ 2 ຝ່າຍຢ່າງມີປະສິດທິຜົນ. ກ່ຽວກັບບັນຫາທາງທະເລ, ການນຳ 2 ທ່ານພ້ອມກັນຖືວ່າ ນີ້ແມ່ນບັນຫາຍັງຄົງຄ້າງໃນການພົວພັນຂອງ 2 ປະເທດ, ເລື່ອງຮັກສາສັນຕິພາບ, ສະຖຽນລະພາບທາງທະເລມີຄວາມໝາຍສຳຄັນຍິ່ງຕໍ່ການພັດທະນາຂອງທັງ 2 ພັກ, 2 ລັດ. ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ສະເໜີໃຫ້ 2 ຝ່າຍເຄົາລົບຄວາມຮັບຮູ້ລວມຂັ້ນສູງ, ເຄົາລົບຜົນປະໂຫຍດຢ່າງຊອບທຳ, ສົມເຫດສົມຜົນຂອງກັນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS 1982).

(ແຫຼ່ງຄັດຈາກ VOV)


top