ຂ່າວສານ

ນຳການພົວພັນມິດຕະພາບ ຫວຽດນາມ - ແດນມາກ ນັບມື້ນັບແໜ້ນແຟ້ນ, ເລິກເຊິ່ງ

ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດ ລາ​ຊະ​ອາ​ນາ​ຈັກ ແດນ​ມາກ​, ຕອນ​ບ່າຍ​ວັນ​ທີ 19 ຕຸ​ລາ (ຕາມ​ເວລາ​ທ້ອງ​ຖິ່ນ​), ຢູ່​ນະ​ຄອນ​ຫຼວງ Copenhagen, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່ ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ ກອມ​ມູ​ນິດ ຫວຽດ​ນາມ​, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ​ນາງ ໂງ​ເຟືອງ​ລີ​, ພັນ​ລະ​ຍາ ໄດ້​ພົບ​ປະ​ກັບ ເຈົ້າ​ຊີ​ວິດ Frederik X ແລະ ພະ​ລາ​ຊິ​ນີ Mary.
  ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່ ​, ປະ​ທານ​ປະ​ເທດ ຫວຽດ​ນາມ ແລະ ທ່ານ​ນາງ ໂງ​ເຟືອງ​ລີ​, ພັນ​ລະ​ຍາ ແລະ ເຈົ້າ​ຊີ​ວິດ Frederik X ແລະ ພະ​ລາ​ຊິ​ນີ Mary (ພາບ: VNA)  

ໃນະ​ທີ່​ນີ້​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ໄດ້​ຕີ​ລາ​ຄາ​ສູງ​ບົດ​ບາດ​ຂອງ​ພະລາ​ຊະ​ວົງ ແດນ​ມາກ ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ​, ສິ​ລະ​ປະ ແລະ ເຊື່ອມ​ຈອດ ປະ​ຊາ​ຊົນ​; ສະ​ແດງ​ຄວາມ​ຫວັງ​ຢາກ​ນຳ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ແດນ​ມາກ ນັບ​ມື້​ນັບ​ແໜ້ນ​ແຟ້ນ​, ເລິກ​ເຊິ່ງ​. ທ່ານ ໂຕ​ເລີມ​, ປາດ​ຖະ​ໜາ​ວ່າ ເຈົ້າ​ຊີ​ວິດ ສືບ​ຕໍ່​ເອົາ​ໃຈ​ໃສ່​, ສະ​ໜັບ​ສະ​ນ​ໜູນ ແລະ ສົ່ງ​ເສີມ​ບັນ​ດາ​ວິ​ສາ​ຫະ​ກິດ​, ອົງ​ການ​ຈັດ​ຕັ້ງ ແດດ​ມາກ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລົງ​ທຶນ​ຢູ່ ຫວຽດ​ນາມ​. ເຈົ້າ​ຊີ​ວິດ Frederik X ເນັ້ນ​ໜັກ 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດ​ຖະ​ກິດ​, ການ​ຄ້າ​, ການ​ລົງ​ທຶນ​, ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ​, ນະ​ວັດ​ຕະ​ກຳ​, ຫັນ​ປ່ຽນ​ພະ​ລັງ​ງານ​, ເສດ​ຖະ​ກິດ​ສີ​ຂຽວ​, ເສດ​ຖະ​ກິດ​ທະ​ເລ​, ການ​ສຶກ​ສາ - ບຳ​ລຸງ​ສ້າງ ແລະ ການພົວ​ພັນ​ແລກ​ປ່ຽນ​ປະ​ຊາ​ຊົນ​.

​ເມື່ອ​ພົບ​ປະ​ກັບ​ທ່ານ Henrik Frandsen, ປະ​ທານ​ສະ​ພາ​ແຫ່ງ​ຊາດ ແດນ​ມາກ​, ທ່ານ ໂຕ​ເລີມ​, ສະ​ເໜີ​​ສະ​ພາ​ແຫ່ງ​ຊາ​ເ ແດນ​ມາກ ສືບ​ຕໍ່​ເອົາ​ໃຈ​ໃສ່​, ສະ​ໜັບ​ສະ​ໜູນ ແລະ ຊຸກ​ຍູ້​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຂໍ້​ຕົກ​ລົງ​ຮ່ວມ​ມື​ລະ​ຫວ່າງ​ລັດ​ຖະ​ບານ 2 ປະ​ເທດ​ໃຫ້​ມີ​ປະ​ສິດ​ທິ​ຜົນ​. ທ່ານ Henrik Frandsen ສະ​ແດງ​ຄວາມ​ຫວັງ​ຢາກ​ໃຫ້​ສອງ​ຝ່າຍ​ສືບ​ຕໍ່​ຍູ້​ແຮງ​ການ​ພົວ​ພັນ​ແລກ ປ່ຽນ​ປະ​ຊາ​ຊົນ​, ເພີ່ມ​ທະ​ວີ​ການ​ສົບ​ທົບ​ກັນ​ໃນ​ຂົງ​ເຂດ​ການ​ພົວ​ພັນ ຫວຽດ​ນາມ - ອີກ​ຢູ​.

​ການ​ນຳ​ສອງ​ທ່ານ ເປັນ​ເອ​ກະ​ພາບ​ສືບ​ຕໍ່​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ລະ​ຫວ່າງ ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​; ຍູ້​ແຮງ​ການ​ແບ່ງ​ປັນ​ບົດ​ຮຽນ​ໃນ​ວຽກ​ງານ​ນິ​ຕິ​ບັນ​ຍັດ​, ການຕິດ​ຕາມ​ກວດ​ກາ​, ​ການຕັດ​ສິນ​ບັນ​ດາ​ບັນ​ຫາ​ສຳ​ຄັນ​ຂອງ​ປະ​ເທດ​​, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ບໍ​ລິ​ຫານ​ປະ​ເທດ​ ແລະ ຮັບ​ປະ​ກັນ​ສະ​ຫວັດ​ດີ​ການ​ສັງ​ຄົມ​; ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ຢູ່​ບັນ​ດາ​ເວ​ທີ​ປາ​ໄສ​ລັດ​ຖະ ສະ​ພາ​ຫຼາຍ​ຝ່າຍ​.

​ແລະ ໃນ​ຕອນ​ຄ່ຳ​ຂອງວັນ​ດຽວ​ກັນ​, ທ່ານ ໂຕ​ເລີມ​, ເລ​ຂາ​ທິ​ການ​ໃຫຍ່​, ປະ​ທານ​ປະ​ເທດ ແລະ ພັນ​ລະ​ຍາ ພ້ອມ​ກັບ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ຫວຽດ​ນາມ ເຂົ້າ​ຮ່ວມ​ງານ​ລ້ຽງ​ລະ​ດັບ​ຊາດ ໂດຍ ເຈົ້າ​ຊີ​ວິດ Frederik X ແລະ ພະ​ລາ​ຊິ​ນີ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ.


top