ຂ່າວສານ

ນຳການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງ ແລະ ກວ້າງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ ກ້າວເຂົ້າສູ່ໄລຍະພັດທະນາໃໝ່

ທ່ານ ຟ້າມມິງຈິງ ປາດຖະໜາໃຫ້ ທ່ານ Suga Yoshihide ສືບຕໍ່ໜູນຊ່ວຍ ແລະມີບັນດາການປະກອບສ່ວນອັນລ້ຳຄ່າ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ.
  ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານ Suga Yoshihide ອະດີດ ນາຍົກລັດຖະມົນຕີ ຍີ່ປຸ່ນ  

ວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບ ທ່ານ Suga Yoshihide ອະດີດ ນາຍົກລັດຖະມົນຕີ ຍີ່ປຸ່ນ ທີ່ກຳລັງຢ້ຽມຢາມ ຫວຽດນາມ. ທ່ານ ຟ້າມມິງຈິງ ໄດ້ຕີລາຄາສູງ ການທີ່ ທ່ານ Suga Yoshihide ເລືອກຫວຽດນາມ ເປັນປະເທດທຳອິດເພື່ອມາຢ້ຽມຢາມ ໃນເດືອນຕຸລາ ປີ 2020 ພາຍຫຼັງຮັບຕຳແໜ່ງ ນາຍົກລັດຖະມົນຕີ ຍີ່ປຸ່ນ, ການກັບມາຢ້ຽມຢາມຫວຽດນາມ ຢ່າງໄວຄັ້ງນີ້ ແມ່ນເປັນການຕອບຮັບວ່າ ເປັນທີ່ປຶກສາສະຫະພັນລັດຖະສະພາມິດຕະພາບ ຍີ່ປຸ່ນ - ຫວຽດນາມ.

ຢູ່ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິງ ປາດຖະໜາໃຫ້ ທ່ານ Suga Yoshihide ສືບຕໍ່ໜູນຊ່ວຍ ແລະມີບັນດາການປະກອບສ່ວນອັນລ້ຳຄ່າ ເພື່ອຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງ ລະຫວ່າງ ຫວຽດນາມ - ຍີ່ປຸ່ນ. ທ່ານ ນາຍົກ ສະເໜີໃຫ້ສອງຝ່າຍຊຸກຍູ້ ພົບປະແລກປ່ຽນປະຊາຊົນ, ການເຄື່ອນໄຫວທ່ອງທ່ຽວ, ຈັດຕັ້ງສຳເລັດບັນດາການເຄື່ອນໄຫວ ສະເຫຼີມສະຫຼອງວັນແຫ່ງສ້າງຕັ້ງການພົວພັນທາງການທູດ ຄົບຮອບ 50 ປີ ຢູ່ບັນດາທ້ອງຖີ່ນຂອງ ຫວຽດນາມ ແລະ ຍີ່ປຸ່ນ (1973 -2023).

ສ່ວນ ທ່ານ Suga Yoshihide ຢືນຢັນວ່າ ຍີ່ປຸ່ນ ຖືເອົາ ຫວຽດນາມ ເປັນຄູ່ຮ່ວມມືຫຼັກແຫຼ່ງ ໃນຍຸດທະສາດມະຫາສະໜຸດອິນເດຍ - ປາຊີຟິກ ເສລີ ແລະ ເປີດກວ້າງ; ຢືນຢັນວ່າຈະສືບຕໍ່ປະກອບສ່ວນ ເພື່ອນຳເອົາການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງ ລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່.

 


top