ຂ່າວສານ

ນຳການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ເຂົ້າສູ່ແທດຈິງ, ມີປະສິດທິຜົນ

ສອງຝ່າຍໄດ້ແລກປ່ຽນສະພາບການຮ່ວມມື ແລະ ບັນດາມາດຕະການລະອຽດ ເພື່ອແນໃສ່ນຳ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ເຂົ້າສູ່ແທດຈິງ, ມີປະສິດທິຜົນ, ພິເສດແມ່ນໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ການຄ້າ, ການລົງທຶນ....
  (ພາບ: Nguyễn Hồng/ baoquocte.vn)  

 ຕອນເຊົ້າວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານຝ້າມກວາງຮ້ຽວ ຮອງລັດຖະມົນຕີການຕ່າງປະເທດຫວຽດນາມ ແລະ ທ່ານ Amanda Milling ລັດຖະມົນຕີຮັບຜິດຊອບບັນຫາອາຊີ ກະຊວງການຕ່າງປະເທດ ແລະ ພັດທະນາອັງກິດ ໄດ້ເປັນປະທານຮ່ວມ ການໂອ້ລົມສົນທະນາຍຸດທະສາດຫວຽດນາມ-ອັງກິດ ຄັ້ງທີ 8.

ນະທີ່ນີ້, ສອງຝ່າຍໄດ້ແລກປ່ຽນສະພາບການຮ່ວມມື ແລະ ບັນດາມາດຕະການລະອຽດ ເພື່ອແນໃສ່ນຳ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ເຂົ້າສູ່ແທດຈິງ, ມີປະສິດທິຜົນ, ພິເສດແມ່ນໃນບັນດາຂົງເຂດການເມືອງ, ການຕ່າງປະເທດ, ການຄ້າ, ການລົງທຶນ, ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ…. ສອງຝ່າຍໄດ້ຢືນຢັນວ່າ ການພົວພັນຄູ່ຮ່ວມມືຍຸດທະສາດຫວຽດນາມ-ອັງກິດ ພວມພັດທະນາຢ່າງຕັ້ງໜ້າ, ສອດຄ່ອງກັບຈິດໃຈຖະແຫຼງການຮ່ວມລະຫວ່າງສອງປະເທດ ເດືອນກັນຍາປີ 2020 ກ່ຽວກັບຄູ່ຮ່ວມມືຍຸດທະສາດ.



top