ຂ່າວສານ

ນຳການພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ມາເລເຊຍ ໃຫ້ຂຶ້ນສູ່ລະດັບສູງໃໝ່

ການຢ້ຽມຢາມຖືກດຳເນີນໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ມາເລເຊຍ ພວມພັດທະນາຢ່າງດີງາມ.

ການຢ້ຽມຢາມຖືກດຳເນີນໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ມາເລເຊຍ ພວມພັດທະນາຢ່າງດີງາມ.

   

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ຕ້ອນຮັບທ່ານທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob. (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ພວມດຳເນີນການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ ໃນລະຫວ່າງວັນທີ 20 – 22 ມີນາ. ນີ້ແມ່ນການຢ້ຽມຢາມ ຫວຽດນາມ ເປັນຄັ້ງທຳອິດຂອງທ່ານ Dato Sri Ismail Sabri bin Yaakob ໃນຖານະຕຳແໜ່ງເປັນນາຍົກລັດຖະມົນຕີ ມາເລເຊຍ ນັບແຕ່ເມື່ອທ່ານເຂົ້າດຳລົງຕຳແໜ່ງໃນເດືອນ ສິງຫາ 2021. ບົນພື້ນຖານ 49 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ ແລະ ພາຍຫຼັງ 7 ປີແຫ່ງວັນສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດ, ການຢ້ຽມຢາມແມ່ນໂອກາດເພື່ອນຳການພົວພັນລະຫວ່າງ 2 ປະເທດໃຫ້ຂຶ້ນສູ່ລະດັບສູງໃໝ່.

        ການຢ້ຽມຢາມຖືກດຳເນີນໃນສະພາບການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ຄູ່ຮ່ວມມືຍຸດທະສາດລະຫວ່າງ ຫວຽດນາມ - ມາເລເຊຍ ພວມພັດທະນາຢ່າງດີງາມ.

ການພົວພັນພັດທະນາຢ່າງດີງາມ

        ຫວຽດນາມ ແລະ ມາເລເຊຍ ສ້າງຕັ້ງການພົວພັນທາງການທູດເມື່ອປີ 1973, ສ້າງຕັ້ງການພົວພັນຄູ່ຮ່ວມມືຍຸດທະສາດນັບແຕ່ເດືອນ ສິງຫາ 2015 ແລະ ພວມຕັ້ງໜ້າຜັນຂະຫຍາຍໂຄງການກະທຳ ຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດໄລຍະ 2021 – 2025. ໃນໄລຍະຜ່ານມາ, 2 ຝ່າຍໄດ້ແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງເປັນປະຈຳ. ໂດຍບໍ່ຫົວຊາຕໍ່ໂລກລະບາດໂຄວິດ-19, ບັນດາການພົບປະຂັ້ນສູງຍັງສືບຕໍ່ໄດ້ຮັບການຮັກສາໄວ້ຢ່າງມີໄຫວພິບນັບແຕ່ປີ 2020 ມາຮອດປະຈຸບັນ ດ້ວຍຫຼາຍຮູບແບບຄື ການໂອ້ລົມທາງໂທລະສັບ, ການເຈລະຈາທາງໄກ…

        2 ປະເທດໄດ້ ແລະ ພວມຮັກສາບາງກົນໄກຮ່ວມມື 2 ຝ່າຍຢ່າງມີປະສິດທິຜົນຄື: ຄະນະກຳມະການປະສົມກ່ຽວກັບການຮ່ວມມືດ້ານເສດຖະກິດ, ວິທະຍາສາດ ແລະ ເຕັກນິກ ຫວຽດນາມ - ມາເລເຊຍ; ຄະນະກຳມະການຮ່ວມມືດ້ານປ້ອງກັນຊາດ…

        ໃນຂົງເຂດຮ່ວມມືດ້ານເສດຖະກິດ- ການຄ້າ - ການລົງທຶນ, ປີ 2021, ມາເລເຊຍ ແມ່ນຄູ່ຄ້າໃຫຍ່ອັນດັບທີ 2 ຂອງ ຫວຽດນາມ ໃນ ອາຊຽນ ແລະ ຢືນອັນດັບທີ 9 ໃນໂລກ, ສ່ວນ ຫວຽດນາມ ແມ່ນຄູ່ຄ້າໃຫຍ່ອັນດັບທີ 3 ຂອງ ມາເລເຊຍ ໃນ ອາຊຽນ. ໄລ່ຮອດທ້າຍເດືອນ ກຸມພາ 2022, ຍອດວົງເງິນການຄ້າສົ່ງອອກ - ນຳເຂົ້າ ລະຫວ່າງ 2 ປະເທດບັນລຸເກືອບ 2,2 ຕື້ USD, ເພີ່ມຂຶ້ນ 20% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2021.

        ກ່ຽວກັບການລົງທຶນ, ປະຈຸບັນ ມາເລເຊຍ ແມ່ນນັກລົງທຶນຢືນອັນດັບທີ 2 ໃນອາຊຽນ ຢູ່ ຫວຽດນາມ (ຖັດຈາກ ສິງກະໂປ), ຢືນອັນດັບທີ 10/140 ປະເທດ ແລະ ເຂດແຄ້ວນທີ່ລົງທຶນເຂົ້າ ຫວຽດນາມ, ດ້ວຍ 668 ໂຄງການຍັງມີຜົນສັກສິດ, ຍອດທຶນຈົດທະບຽນແມ່ນ 13 ຕື້ USD. ໃນການຮ່ວມມືດ້ານການສຶກສາ, ປະຈຸບັນ ມີນັກສຶກສາ ຫວຽດນາມ ປະມານກວ່າ 1.000 ຄົນພວມຮ່ຳຮຽນຢູ່ ມາເລເຊຍ. 2 ຝ່າຍໄດ້ເຊັນບົດບັນທຶກຊ່ວຍຈຳກ່ຽວກັບການຮ່ວມມືດ້ານການສຶກສາໃນວັນທີ 06 ມີນາ 2019.

        ໄລຍະ 2 ປີຜ່ານມາ, ເມື່ອໂລກລະບາດໂຄວິດ-19 ແຜ່ລະບາດ, ຫວຽດນາມ ໄດ້ຜັນຂະຫຍາຍວຽກງານໜູນຊ່ວຍດ້ານການແພດໃຫ້ແກ່ ມາເລເຊຍ ທີ່ມີມູນຄ່າ 50.000 USD. ສະພາແຫ່ງຊາດ ຫວຽດນາມ ໄດ້ມອບຜ້າອັດປາກ - ອັດດັງ 20.000 ອັນຜ່ານສະຖານທູດ ມາເລເຊຍ ປະຈຳ ຮ່າໂນ້ຍ.

ສືບຕໍ່ຊຸກຍູ້ການຮ່ວມມື

        ໃນສະພາບການນັ້ນ, ການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ແມ່ນມີຄວາມໝາຍຫຼາຍຢ່າງ. ກ່ອນອື່ນໝົດ, ການຢ້ຽມຢາມເພື່ອແນໃສ່ຈຸດປະສົງເພີ່ມທະວີການຮ່ວມມື 2 ຝ່າຍຍິ່ງກວ່າອີກ, ພ້ອມທັງ, ນີ້ກໍ່ແມ່ນກາລະໂອກາດເພື່ອໃຫ້ 2 ຝ່າຍຄົ້ນຫາແງ່ມູມໃໝ່ຂອງການຮ່ວມມື 2 ຝ່າຍ; ປຶກສາຫາລືກ່ຽວກັບບັນດາບັນຫາພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ສິ່ງສຳຄັນໃນປະຈຸບັນສຳລັບທັງ ຫວຽດນາມ ແລະ ມາເລເຊຍ ແມ່ນເພີ່ມລະດັບຄວາມໄວ ແລະ ເປີດກວ້າງການຮ່ວມມືທາງດ້ານເສດຖະກິດ. ມາເລເຊຍ ສົນໃຈເຖິງເລື່ອງຊຸກຍູ້ລະບົບສະພາບແວດລ້ອມດ້ານເສດຖະກິດເຕັກນິກດີຈີຕອນກັບ ຫວຽດນາມ, ເພີ່ມທະວີບັນດາການເຄື່ອນໄຫວໃນຂົງເຂດກະສິກຳເຕັກໂນໂລຊີສູງ, ການຜະລິດອັດສະລິຍະ, ພະລັງງານຜະລິດຄືນໃໝ່, ເຕັກໂນໂລຊີການເງິນ ແລະ ຄວາມໝັ້ນຄົງດ້ານເຄືອຂ່າຍອີນເຕີແນັດ.

        ອາດຢັ້ງຢືນໄດ້ວ່າ ການຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານນາຍົກລັດຖະມົນຕີ ມາເລເຊຍ Dato Sri Ismail Sabri bin Yaakob ບໍ່ພຽງແຕ່ເພື່ອເພີ່ມທະວີການພົວພັນສ່ວນຕົວອັນດີງາມລະຫວ່າງການນຳຂັ້ນສູງຂອງ 2 ປະເທດເທົ່ານັ້ນ, ຫາກຍັງເປີດກາລະໂອກາດຮ່ວມມືຫຼາຍຢ່າງທີ່ແທດຈິງ, ມີປະສິດທິຜົນ, ເຊື່ອມຕໍ່ລະຫວ່າງປະຊາຊົນ, ວິສາຫະກິດ ແລະ ລັດຖະບານ 2 ປະເທດ, ຊຸກຍູ້ການພົວພັນລະຫວ່າງ ຫວຽດນາມ - ມາເລເຊຍ ໃຫ້ນັບມື້ນັບພັດທະນາອີກດ້ວຍ.

(ແຫຼ່ງຄັດຈາກ VOV)


top