ຂ່າວສານ

ນຳການພົວພັນຄູ່ຮ່ວມມືຍຸດທະສາດ ສ.ເກົາຫຼີ-ຫວຽດນາມຂຶ້ນສູ່ລະດັບສູງໃໝ່


ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ
 ແລະ ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ.ເກົາ​ຫຼີ Yoon Byeong

      ຕອນ​ເຊົ້າ​ວັນ​ທີ 20/3, ຢູ່​ຮ່າ​ໂນ້ຍ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ.ເກົາ​ຫຼີ Yoon Byeong ເນື່ອງ​ໃນ​ໂອ​ກາດ​ມາ​ຢ້ຽມ​ຢາມ​ຫວຽດ​ນາມ​ຢ່າງ​ເປັນ​ທາງ​ການ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນຢື​ນ​ຢັນ​ວ່າ ຫວຽດ​ນາມຍາມ​ໃດ​ກໍ ຖື​ເປັນ​ສຳ​ຄັນ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ ສ.ເກົາຫຼີ ແລະ ຫວັງ​ວ່າ​ພ້ອມ​ກັບ ສ.ເກົາຫຼີ​ມາ​ນະ​ພະ​ຍາ​ຍາມ​ເພີ່ມ​ທະ​ວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈດ້ານ​ການ​ເມືອງ ​ຢ່າງບໍ່​ຢຸດຢັ້ງ, ເປີ​ດ​ກ້​ວາງ ແລະ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຮ່ວມ​ມື, ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນໃນ​ບັນ​ດາ​ເວ​ທີ​ປາ​ໄສຫຼາຍ​ຝ່າຍ. 2 ຝ່າຍ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ສົມ​ທົບ​ກັນ​ໃນ​ບັນ​ດາ​ກົນ​ໄກຫຼາຍ​ຝ່າຍ​ຂອງ​ສາ​ກົນ ແລະ ພາກ​ພື້ນ, ຊຸກ​ຍູ້​ການ​ແກ້​ໄຂ​ຄວາມບໍ່​ລົງ​ລອຍ​ກັນ, ໃນ​ນັ້ນ​ມີ​ການ​ຂັດ​ແຍ້ງ​ກັນ​ຢູ່​ທະ​ເລ​ຕາ​ເວັນ​ອອກ​ໂດຍ​ສັນ​ຕິ​ວິ​ທີ, ສອດ​ຄ່ອງ​ກັບ​ກົດ​ໝາຍ​ສາ​ກົນ.
    ສ່ວນ​ທ່ານ ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ສ.ເກົາ​ຫຼີ Yoon Byeong ໄດ້​ເຫັນ​ດີ​ກັບ​ຄຳ​ຄິດເຫັ​ນຂອງ ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ຝ້າມ​ບິນ​ມິນ; ແລະ ຢືນ​ຢັນ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສ.ເກົາຫຼີ​ຈະ​ສືບ​ຕໍ່​ສົມ​ທົບ​ກັບ​ຝ່າຍ​ຫວຽດ​ນາມ​ເພື່ອ​ຊຸກ​ຍູ້​ບັນ​ດາ​ຂໍ້​ຕົກ​ລົງ​ຂັ້​ນ​ສູງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.
 (ແຫຼ່ງຄັດຈາກ VOV)
                                                                                            

top