ຂ່າວສານ

ນຳການພົວພັນ ຫວຽດນາມ - ສ.ເກົາຫຼີ ໃຫ້ເຂົ້າສູ່ລວງເລິກ, ແທດຈິງ ແລະ ມີປະສິດທິຜົນກວ່າເກົ່າ

ຫວຽດນາມ ຊົມເຊີຍຕໍ່ເລື່ອງລັດຖະບານ ສ.ເກົາຫຼີ ຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່, ຖືການພົວພັນຮ່ວມມືກັບ ຫວຽດນາມ ເປັນສຳຄັນ.
ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫວ ຕອນຮັບທ່ານສະມາຊິກລັດຖະສະພາ Choi Jae Sung. (ພາບ: TTXVN)

ໃນການຢຽ້ມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ຕອນເຊົ້າວັນທີ 13 ທັນວາ, ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫວ ໄດ້ໃຫ້ການຕອນຮັບທ່ານສະມາຊິກລັດຖະສະພາ Choi Jae Sung,  ອະດີດທີ່ປຶກສາດ້ານການເມືອງຂອງທ່ານ ປະທານາທິບໍດີ ສ.ເກົາຫຼີ Moon Jae in.

        ໃນການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດີ່ງເຫວ ຢືນຢັນວ່າ ຫວຽດນາມ ຊົມເຊີຍຕໍ່ເລື່ອງລັດຖະບານ ສ.ເກົາຫຼີ ຜັນຂະຫຍາຍນະໂຍບາຍມຸ່ງໄປສູ່ທິດໃຕ້ໃໝ່, ຖືການພົວພັນຮ່ວມມືກັບ ຫວຽດນາມ ເປັນສຳຄັນ; ທ່ານໄດ້ເນັ້ນໜັກວ່າ ດ້ວຍບົດບາດຂອງຕົນ, ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ສ.ເກົາຫຼີ ແຊກຊຶມເຂົ້າໃນການຕະຫຼາດ ອາຊີຕາເວັນອອກສ່ຽງໃຕ້. ທ່ານປະທານສະພາແຫ່ງຊາດຫວັງວ່າ ທ່ານ Choi Jae Sung ຈະສືບຕໍ່ເອົາໃຈໃສ່, ໜູນຊ່ວຍຊຸກຍູ້ບັນດາການພົວພັນຮ່ວມມືສອງຝ່າຍໃນຫຼາຍຂົງເຂດ, ໃນນັ້ນມີ ການປ້ອງກັນຊາດ, ປ້ອງການຄວາມສະຫງົບ, ການລົງທຶນ ແລະ ການຄ້າ, ພົວພັນແລກປ່ຽນປະຊາຊົນ...; ທ່ານຫວັງວ່າ ພັກປະຊາທິປະໄຕຮ່ວມເດີນທາງມານະພະຍາຍາມຊຸກຍູ້ການພົວພັນຮ່ວມມື ຫວຽດນາມ - ສ.ເກົາຫຼີ.

        ສ່ວນທ່ານສະມາຊິກລັດຖະສະພາ Choi Jae Sung, ເນັ້ນໜັກວ່າ ລັດຖະບານ ສ.ເກົາຫຼີ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ. ສ.ເກົາຫຼີ ຕີລາຄາສູງ ຫວຽດນາມ ແລະ ປາດຖະໜາວ່າ ຈະພ້ອມກັນຮ່ວມມືຄົ້ນຄວ້າພັດທະນາໃນຂົງເຂດອຸດສາຫະກຳໃໝ່.

(ແຫຼ່ງຄັດຈາກ VOV)


top