ຂ່າວສານ

ນຳການພົວພັນ ຫວຽດນາມ - ສ ເກົາຫຼີ ຂຶ້ນສູ່ລະດັບສູງໃໝ່

ຕອນບ່າຍວັນທີ 14/12, ໃນຂອບເຂດການຢ້ຽມຢາມ ສ.ເກົາຫຼີ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ໄດ້ມີການພົບປະກັບທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Kim Boo-kyum.
ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດີງເຫ້ວ ແລະ ທ່ານນາຍົກລັດຖະມົນຕີ ສ.ເກົາຫຼີ Kim Boo-kyum

ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ Kim Boo-kyum ຢືນຢັນຄວາມສຳຄັນຂອງການພົວພັນກັບ ຫວຽດນາມ ແລະ ສືບຕໍ່ຖື ຫວຽດນາມ ແມ່ນຄູ່ຮ່ວມມືສຳຄັນໃນການຜັນຂະຫຍາຍປະຕິບັດນະໂຍບາຍມຸ່ງໄປສູ່ທິດໃຕ້ຂອງລັດຖະບານ ສ.ເກົາຫຼີ. ທ່ານປະທານສະພາແຫ່ງຊາດ ເວືອງດີງເຫ້ວ ເນັ້ນໜັກວ່າ: ການຢ້ຽມຢາມ ສ.ເກົາຫຼີ ຄັ້ງນີ້ ແມ່ນແນໃສ່ຢືນຢັນ ຄືນການຖືເປັນສຳຄັນການພົວພັນ ຫວຽດນາມ - ສ.ເກົາຫຼີ; ຫວຽດນາມ ປາດຖະໜາຢາກເພີ່ມທະວີການຮ່ວມມືກັບ ສ.ເກົາຫຼີ ເພື່ອພັດທະນາການພົວພັນລະຫວ່າງ 2 ປະເທດໃຫ້ເລິກເຊິ່ງກ່ວາອີກໃນຫຼາຍຂົງເຂດ, ພິເສດແມ່ນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ.

       2 ຝ່າຍເຫັນດີເປັນເອກະພາບສົມທົບກັນຜັນຂະຫຍາຍ ປະຕິບັດບາງເນື້ອໃນປະກອບສ່ວນເພີ່ມທະວີການພົວພັນຮ່ວມມືລະຫວ່າງສອງປະເທດໃນໄລຍະຈະມາເຖິງ, ໃນນັ້ນມີການສືບຕໍ່ຊຸກຍູ້ການແລກປ່ຽນຄະນະຜູ້ແທນ ແລະ ການພົບປະຂັ້ນສູງ ແລະ ຂັ້ຮຕ່າງໆ;  2 ຝ່າຍເຫັນດີສະໜັບສະໜູນ ຍົກການພົວພັນລະຫວ່າງສອງປະເທດຂຶ້ນສູ່ລະດັບສູງໃໝ່ ເນື່ອງໃນໂອກາດສະເຫຼີມສະຫຼອງ 30 ປີແຫ່ງວັນສ້າງຕັ້ງ ການພົວພັນທາງການທູດໃນປີ 2022; ເພີ່ມທະວີ ແລະ ເປີດກວ້າງການຮ່ວມມືໃນຂົງເຂດປ້ອງກັນຊາດ ປ້ອງກັນຄວາມສະຫງົບ, ຮ່ວມກັນປະຕິບັດບັນດາການເຄື່ອນໄຫວສະເຫຼີມສະຫຼອງວັນສ້າງຕັ້ງການພົວພັນທາງການທູດຄົບຮອບ 30 ປີ. ການນຳ 2 ປະເທດຢືນຢັນຄວາມມານະພະຍາຍາມ ເພື່ອບັນລຸເປົ້າໝາຍຍົກວົງເງິນການຄ້າ 2 ຝ່າຍຂຶ້ນເຖິງ 100 ຕື້ USD ໃນປີ 2023 ແລະ 150 ຕື້ USD ໃນປີ 2030 ຕາມທິດດຸ່ນດ່ຽງການຄ້າ; ສົ່ງເສີມບັນດາວິສາຫະກິດ ສ.ເກົາຫຼີ ສືບຕໍ່ລົງທຶນ ແລະ ເປີດກວ້າງຂອບເຂດການລົງທຶນຢູ່ ຫວຽດນາມ. ສະພາແຫ່ງຊາດຫວຽດນາມ ຈະສືບຕໍ່ຄົ້ນຄວ້າບັນດານະໂຍບາຍກົດໝາຍ ເພື່ອສ້າງເງື່ອນໄຂໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ເພີ່ມທະວີການລົງທຶນ ແລະ ດຳເນີນທຸລະກິດຢູ່ ຫວຽດນາມ; ຈະສົມທົບກັບລັດຖະບານຫວຽດນາມ ສ້າງເງື່ອນໄຂ ແລະ ລະບຽບການທີ່ສະດວກໃຫ້ບັນດາວິສາຫະກິດ ສ.ເກົາຫຼີ ເຂົ້າມາລົງທຶນ ແລະ ມີຜົນປະໂຫຍດໃນໄລຍະຍາວນານຢູ່ ຫວຽດນາມ.

2 ຝ່າຍເຫັນດີເປັນເອກະພາບຊຸກຍູ້ບັນດາອົງການທີ່ກ່ຽວຂ້ອງຂອງສອງປະເທດແລກປ່ຽນຂໍ້ມູນຂ່າວສານກ່ຽວກັບນະໂຍບາຍຕອບສະໜອງ ແລະ ຟື້ນຟູຂະແໜງທ່ອງທ່ຽວພາຍຫຼັງໂລກລະບາດ, ສ້າງເງື່ອນໄຂສະດວກໃຫ້ນັກທ່ອງທ່ຽວຂອງ 2 ປະເທດ, ໃນນັ້ນມີການຮັບຮູ້ໜັງສືຜ່ານແດນການແພດ. ແລະ ການເປີດຖ້ຽວບິນການຄ້າສອງຝ່າຍຄືນໃໝ່ໂດຍໄວ.

(ແຫຼ່ງຄັດຈາກ VOV)


top