ຂ່າວສານ

ນຳການພົວພັນ ຫວຽດນາມ ກັບ ສິງກະໂປ ແລະ ບຣູໄນ ຂຶ້ນສູ່ລະດັບສູງໃໝ່

ຕາມບົດຂຽນແລ້ວ, ການຢ້ຽມຢາມ ສິງກະໂປ ໃນລະຫວ່າງວັນທີ 8 – 10 ກຸມພາ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ດຳເນີນໃນໄລຍະເວລາສຳຄັນໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດ. ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ໃນປະຈຸບັນນັບມື້ນັບໄດ້ຮັບການພັດທະນາແທດຈິງໃນທຸກຂົງເຂດ.
  ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງໄປຢ້ຽມຢາມ ສິງກະໂປ ແລະ ບຣູໄນ  

ວາລະສານຄົ້ນຄ້ວາ ອາຊີ - ເອີລົບ (Eurassia Review) ທາງເອເລັກໂຕນິກ ໄດ້ລົງບົດຂຽນໃນວັນທີ 7 ກຸມພາ ຂຽນວ່າ: ການຢ້ຽມຢາມ ສິງກະໂປ ແລະ ບຣູໄນ ຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແຕ່ວັນທີ 8 – 11 ກຸມພາ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຂອງ ຫວຽດນາມ ກັບ 2 ປະເທດສະມາຊິກຂອງສະມາຄົມປະຊາຊາດ ອາຊີຕາເວັນອອກສ່ຽງໃຕ້ (ອາຊຽນ).

ຕາມບົດຂຽນແລ້ວ, ການຢ້ຽມຢາມ ສິງກະໂປ ໃນລະຫວ່າງວັນທີ 8 – 10 ກຸມພາ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ດຳເນີນໃນໄລຍະເວລາສຳຄັນໃນປະຫວັດສາດແຫ່ງການພົວພັນລະຫວ່າງສອງປະເທດ. ການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ສິງກະໂປ ໃນປະຈຸບັນນັບມື້ນັບໄດ້ຮັບການພັດທະນາແທດຈິງໃນທຸກຂົງເຂດ. ການພົວພັນດ້ານເສດຖະກິດຂອງສອງປະເທດແມ່ນຈຸດເດັ່ນໃນພາກພື້ນ. ຫວຽດນາມ ແລະ ສິງກະໂປ ສະໜັບສະໜູນຄວາມໜັກແໜ້ນຂອງສັນຕິພາບ ແລະ ສະຖຽນລະພາບ ໃນພາກພື້ນກໍ່ຄືບົດບາດໃຈກາງຂອງ ອາຊຽນ. ການຢ້ຽມຢາມຂອງ ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະແມ່ນກາລະໂອກາດເພື່ອໃຫ້ການນຳສອງປະເທດແລກປ່ຽນກ່ຽວກັບບັນດາມາດຕະການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ຊຸກຍູ້ການພົວພັນມິດຕະພາບ ແລະ ການຮ່ວມມືສອງຝ່າຍໃນທຸກຂົງເຂດໃຫ້ນັບມື້ນັບແທດຈິງ, ມີປະສິດທິຜົນ.

ຕາມບົດຂຽນແລ້ວ, ການຢ້ຽມຢາມ ບຣູໄນ ໃນວັນທີ 11 ກຸມພາ ຈະມາເຖິງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຈະພົບປະແລກປ່ຽນກັບບັນດາການນຳ ບຣູໄນ ກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນສອງຝ່າຍ, ການປະຕິບັດຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະ ການເຈລະຈາ ເພື່ອບັນລຸໄດ້ກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC) ຢ່າງມີປະສິດທິຜົນ ແລະ ແທດຈິງ, ສອດຄ່ອງກັບກົດໝາຍສາກົນ ແລະ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລປີ 1982 (UNCLOS).

ວັນທີ 8 ກຸມພາ, ໜັງສືພິມລາຍວັນ Brusiness Times ຂອງ ສິງກະໂປ ກໍ່ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມ ສິງກະໂປ ຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ. ໜັງສືພິມ ນີ້ໄດ້ຄັດສະເໜີຄຳເວົ້າຂອງທ່ານລັດຖະມົນຕີການຕ່າງປະເທດ ສິງກະໂປ Vivian Balakrishnan ທີ່ຖືວ່າ: ຫວຽດນາມ ແລະ ສິງກະໂປ ຍັງມີໂອກາດຫຼາຍເພື່ອເພີ່ມທະວີການຮ່ວມມືໃນບັນດາຂົງເຂດເຕີບໂຕໃໝ່ຄື: ພື້ນຖານເສດຖະກິດດີຈີຕອນ, ພະລັງງານທົດແທນ, carbon Cridit, ການເງິນສີຂຽວ, ຄວາມປອດໄພທາງເຄືອຂ່າຍອິນເຕີເນັດ ແລະ ພື້ນຖານໂຄງລ່າງແບບຍືນຍົງ.

 


top