ຂ່າວສານ

ນຳ ຫວຽດນາມ ກາຍເປັນປະເທດທະເລທີ່ເຂັ້ມແຂງໃນພື້ນຖານການເຕີບໂຕສີຂຽວ

ຕາມນັ້ນແລ້ວ, ເປົ້າໝາຍຮອດປີ 2030, ແຫຼ່ງຊັບພະຍາກອນທະເລ ແລະ ໝູ່ເກາະຈະໄດ້ຮັບການຂຸດຄົ້ນໃຫ້ເໝາະສົມ, ນຳໃຊ້ຢ່າງມີປະສິດທິຜົນ, ຍຸຕິທຳ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ຕິດພັນກັບການຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ.
(ພາບປະກອບຈາກ TTXVN)

ວັນທີ 3 ເມສາ, ລັດຖະບານໄດ້ອະນຸມັດຜ່ານຍຸດທະສາດຂຸດຄົ້ນ, ນຳໃຊ້ແຫຼ່ງຊັບພະຍາກອນທຳມະຊາດ, ປົກປັກຮັກສາສິ່ງແວດລ້ອມທະເລ ແລະ ໝູ່ເກາະຮອດປີ 2030, ວິໄສທັດຮອດປີ 2050 ແບບຍືນຍົງ.

ຕາມນັ້ນແລ້ວ, ເປົ້າໝາຍຮອດປີ 2030, ແຫຼ່ງຊັບພະຍາກອນທະເລ ແລະ ໝູ່ເກາະຈະໄດ້ຮັບການຂຸດຄົ້ນໃຫ້ເໝາະສົມ, ນຳໃຊ້ຢ່າງມີປະສິດທິຜົນ, ຍຸຕິທຳ, ຮັບໃຊ້ການພັດທະນາເສດຖະກິດ - ສັງຄົມ ຕິດພັນກັບການຮັບປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດ ແລະ ການຮ່ວມມືສາກົນ; ມົນລະພິດສິ່ງແວດລ້ອມທາງທະເລກໍ່ໄດ້ຮັບການສະກັດກັ້ນ, ຄວບຄຸມ, ຫລຸດຜ່ອນລົງຫຼາຍພໍສົມຄວນ; ຊີວະນາໆພັນທະເລ, ເຂດແຄມທະເລ ແລະ ໝູ່ເກາະໄດ້ຮັບການປົກປ້ອງ, ຮັກສາ ແລະ ຟື້ນຟູ, ເປັນເຈົ້າການຮັບມືຢ່າງມີປະສິດທິຜົນ ກັບການປ່ຽນແປງຂອງດິນຟ້າອາກາດ ແລະ ນ້ຳທະເລຂຶ້ນສູງ, ມຸ່ງໄປເຖິງເປົ້າໝາຍນຳ ຫວຽດນາມ ກາຍເປັນປະເທດທີ່ເຂັ້ມແຂງກ່ຽວກັບທະເລ, ຮັ່ງມີຈາກທະເລ.

ຮອດປີ 2030, ຊັບພະຍາກອນທະເລ ແລະ ໝູ່ເກາະ ຈະໄດ້ຮັບການຂຸດຄົ້ນໃຫ້ເໝາະສົມ, ບັນດາຂົງເຂດເສດຖະກິດທະເລຕົ້ນຕໍຕາມອັນດັບບຸລິມະສິດ, ຄື: ການທ່ອງທ່ຽວ ແລະ ການບໍລິການທະເລ; ເສດຖະກິດທະເລ; ຂຸດຄົ້ນນ້ຳມັນອາຍແກັດ ແລະ ບັນດາຊັບພະຍາກອນບໍ່ແຮ່ຈາກທະເລອື່ນໆ; ປູກລ້ຽງ ແລະ ຂຸດຄົ້ນສິນໃນນ້ຳ…

ຮອດປີ 2050, ແຫຼ່ງຊັບພະຍາກອນທະເລ ແລະ ໝູ່ເກາະຈະໄດ້ຮັບການຂຸດຄົ້ນໃຫ້ເໝາະສົມ, ນຳໃຊ້ຢ່າງມີປະສິດທິຜົນ ເພື່ອແນໃສ່ນຳ ຫວຽດນາມ ກາຍເປັນປະເທດທີ່ເຂັ້ມແຂງທາງທະເລ ບົນພື້ນຖານການເຕີບໂຕສີຂຽວ, ຊີວະນາໆພັນຢູ່ທະເລໄດ້ຮັບການອະນຸລັກຮັກສາ, ສິ່ງແວດລ້ອມທາງທະເລ ແລະ ບັນດາໝູ່ເກາະປອດໂປ່ງ, ສັງຄົມປອງດອງກັບທຳມະຊາດ.

 


top