ຂ່າວສານ

ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​​ ອະ​ນຸ​ມັດ​ຜ່ານ​ໂຄງ​ການ​ຫັນ​ເປັນ​ດີ​ຈີ​ຕອນ​ແຫ່ງ​ຊາດ ​ຮອດ​ປີ 2025, ກຳ​ນົດ​ທິດ​ຮອດ​ປີ 2030

ວັນທີ 3 ມິຖຸນາ ທ່ານນາຍົກລັດຖະມົນຕີຫວຽດນາມໄດ້ອະນຸມັດຜ່ານ “ໂຄງການຫັນເປັນດີຈີຕອນແຫ່ງຊາດຮອດປີ 2025, ກຳນົດທິດຮອດປີ 2030”. ໂຄງການແມ່ນເພື່ອແນໃສ່ພັດທະນາລັດຖະບານດີຈີຕອນ, ເສດຖະກິດດີຈີຕອນ, ສັງຄົມດີຈີຕອນ, ສ້າງຕັ້ງບັນດາວິສາຫະກິດເຕັກໂນໂລຢີດີຈີຕອນ ຫວຽດນາມ ໃຫ້ມີກຳລັງຄວາມສາມາດອອກສູ່ໂລກ, ດ້ວຍບາງດັດຊະນີພື້ນຖານ.


ວິທີການແກ້ໄຂ e-Cabinet ໄດ້ຖືວ່າແມ່ນໜຶ່ງໃນບັນດາການກະທຳເລີ່ມສ້າງຕັ້ງລັດຖະບານດີຈີຕອນ

(ພາບ: Viettel)


ຕາມນັ້ນແລ້ວ, ມີ 80% ການບໍລິການສາທາລະນະທາງອອນລາຍລະດັບ 4 ໄດ້ ນຳໃຊ້ຜ່ານຫຼາຍພາຫະນະເຂົ້າຫາທີ່ແຕກຕ່າງກັນ. ມີ 100% ຮາກຖານຂໍ້ມູນແຫ່ງຊາດສ້າງພື້ນຖານພັດທະນາລັດຖະບານເອເລັກໂຕນິກ. ເປີດຂໍ້ມູນຂ່າວສານຂອງບັນດາອົງການແຫ່ງລັດເທື່ອລະກ້າວເພື່ອສະໜອງການບໍລິການສາທາລະນະຢ່າງທັນການ, ປະຊາຊົນພຽງແຕ່ແຈ້ງຂໍ້ມູນຂ່າວສານເທື່ອໜຶ່ງ ສາມາດນຳໃຊ້ໄດ້ຕະຫຼອດຊີວິດ ແລະ ພັດທະນາເສດຖະກິດ ສັງຄົມ. ອີກເປົ້າໝາຍໜຶ່ງນັ້ນແມ່ນ ຫວຽດນາມຕ້ອງໃຫ້ໄດ້ນອນຢູ່ໃນກຸ່ມ 70 ປະເທດກ່ຽວກັບລັດຖະບານເອເລັກໂຕນິກ (EGDI).

        ສ່ວນການພັດທະນາເສດຖະກິດດີຈີຕອນ, ເປົ້າໝາຍຮອດປີ 2025ແມ່ນໃຫ້ເປັນເສດຖະກິດດີຈີຕອນກວມເອົາ 20%GDP, ອັດຕາສ່ວນເສດຖະກິດດີຈີຕອນໃນແຕ່ລະຂະແໜງ, ຂົງເຂດໃຫ້ບັນລຸ້ຢ່າງໜ້ອຍສຸດແມ່ນ 10%, ສະມັດຕະພາບໃນການອອກແຮງງານແຕ່ລະປີຕ້ອງໃຫ້ເພີ່ມຂຶ້ນຢ່າງໜ້ອຍສຸດແມ່ນ 7%.

(ແຫຼ່ງຄັດຈາກ VOV)


top