ຕອນບ່າຍວັນທີ 28 ມີນາ, ຢູ່ຮ່າໂນ້ຍ, ທ່ານນາຍົກກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳຂອງລັດຖະບານກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງ 06, ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ປີ 2026 ຂອງຄະນະຊີ້ນຳ. ວາລະປະຊຸມຖືກຈັດຂຶ້ນຕາມຮູບແບບເຊິ່ງໜ້າຢູ່ສຳນັກງານລັດຖະບານຢູ່ ຮ່າໂນ້ຍ, ສົມທົບກັບທາງໄກ ກັບຄະນະຊີ້ນຳຂອງບັນດາແຂວງ, ນະຄອນ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
ເມື່ອກ່າວຄຳເຫັນທີ່ວາລະປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ຮູ້ວ່າ ວາລະປະຊຸມເພື່ອແນໃສ່ສຳຫຼວດກວດຄືນການປະຕິບັດບັນດາໜ້າທີ່ ທີ່ໄດ້ວາງອອກຢູ່ກອງປະຊຸມຄັ້ງກ່ອນໆ; ວາງອອກບັນດານະໂຍບາຍ, ມາດຕະການໃນໄລຍະຈະມາເຖິງ. ພິເສດຄະນະຊີ້ນຳຜັນຂະຫຍາຍປະຕິບັດຄຳຊີ້ນຳຂອງທ່ານເລຂາທິການໃຫຍ່ ໂຕເລິມ ໃນວາລະປະຊຸມຄັ້ງທີ 1 ປີ 2026 ຂອງຄະນະປະຈຳຄະນະຊີ້ນຳສູນກາງກ່ຽວກັບການພັດທະນາວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນ. ທ່ານນາຍົກລັດຖະມົນຕີ ກໍໄດ້ເນັ້ນໜັກເຖິງບັນດາບຸລິມະສິດໄລຍະຈະມາເຖິງ, ລະອຽດດັ່ງນີ້:
“ສ້າງກົນໄກຊີ້ນຳ, ບໍລິຫານຢູ່ຂັ້ນລັດຖະບານຢ່າງເປັນທາງການ ເພື່ອຈັດຕັ້ງຜັນຂະຫຍາຍໂຄງການພັດທະນາເຕັກໂນໂລຢີຍຸດທະສາດ. ສຳຫຼວດກວດຄືນ, ສຳເລັດບັນຊີລາຍຊື່ເຕັກໂນໂລຢີຍຸດທະສາດ, ຜະລິດຕະພັນເຕັກໂນໂລຢີຍຸດທະສາດເພື່ອຍື່ນສະເໜີຕໍ່ນາຍົກລັດຖະມົນຕີໃນເດືອນ ເມສາ 2026. ສະເໜີສ້າງໜ່ວຍປະຕິບັດງານລັດຖະບານ ກ່ຽວກັບການພັດທະນາເຕັກໂນໂລຢີຍຸດທະສາດ ໂດຍສະຫາຍ ຮອງນາຍົກລັດຖະມົນຕີເປັນຫົວໜ້າ, ເຕັກໂນໂລຢີຍຸດທະສາດຕ້ອງເລີ່ມຈາກສະພາບການຕົວຈິງ, ຄວາມຮຽກຮ້ອງຕ້ອງການພັດທະນາຂອງປະເທດຊາດ”.