ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິນ​ຈິງ ຮຽກ​ຮ້ອງ​ການ​ສ້າງ​ກົດ​ໝາຍ ຕ້ອງ​ຕິດ​ພັນ​ກັບ​ສະ​ພາບ​ຕົວ​ຈິງ, ເປີດ​ກາ​ລະ​ໂອ​ກາດ​ໃຫ​້​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ

ທ່ານ ນາຍົກລັດຖະມົນຕີຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການເປັນປະທານ ຈົ່ງສືບຕໍ່ກວດກາຄືນ, ຕີລາຄາ, ຮອບດ້ານ ເລື່ອງຜັນຂະຫຍາຍການປະຕິບັດບັນດານະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງໃນປະຈຸບັນ.

ທ່ານ ນາຍົກລັດຖະມົນຕີຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການເປັນປະທານ ຈົ່ງສືບຕໍ່ກວດກາຄືນ, ຕີລາຄາ, ຮອບດ້ານ ເລື່ອງຜັນຂະຫຍາຍການປະຕິບັດບັນດານະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງໃນປະຈຸບັນ.

  

(ສະພາບກອງປະຊຸຸມ)

ຕອນບ່າຍວັນທີ 4 ເມາສາ,  ຢູ່ຮ່າໂນ້ຍ, ລັດຖະບານໄດ້ຮັບຟັງ, ປຶກສາຫາລືຂໍ້ສະໜີສ້າງກົດໝາຍວ່າດ້ວຍການຄຸ້ມຄອງ, ນຳໃຊ້ທຶນຂອງລັດ ລົງທຶນເຂົ້າໃນການຜະລິດ ດຳເນີນທຸລະກິດຢູ່ວິສາຫະກິດ (ສະບັບປັບປຸງ), ສະເໜີການສ້າງຮ່າງກົດໝາຍວ່າດ້ວຍການພັດທະນາອຸດສາຫະກິດ; ຮ່າງກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ.

  ສະຫລຸບກ່ຽວກັບເນື້ອໃນການສ້າງກົດໝາຍ, ທ່ານ ນາຍົກລັດຖະມົນຕີຟ້າມມິນຈິງ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການເປັນປະທານ ຈົ່ງສືບຕໍ່ກວດກາຄືນ, ຕີລາຄາ, ຮອບດ້ານ ເລື່ອງຜັນຂະຫຍາຍການປະຕິບັດບັນດານະໂຍບາຍ, ກົດໝາຍທີ່ກ່ຽວຂ້ອງໃນປະຈຸບັນ; ຄົ້ນຄ້ວາບົດຮຽນຂອງສາກົນ ເພື່ອສ້າງສຳເນົາເອກະສານສະເໜີການສ້າງບັນດາຮ່າງກົດໝາຍທີ່ສອດຄ່ອງກັບເງື່ອນໄຂຂອງຫວຽດນາມ ແລະ ເໝາະສົມກັບສະພາບການປະຈຸບັນ ໃນສະສົມບູນແບບ. ທ່ານນາຍົກລັດຖະມົນຕີຟ້າມມິນຈິງ ຊີ້ແຈ້ງວ່າ, ກົດໝາຍສະບັບຕ່າງໆ ຕ້ອງຕິດພັນກັບສສະພາບຕົວຈິງ, ເປີດກາລະໂອກາດເພື່ອສຸມໃສ່ພັດທະນາເສດຖະກິດສັງຄົມ.

(ແຫຼ່ງຄັດຈາກ VOV)


top