ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຟ້າມ​ມິງ​ຈິງ: ຢາກ​ມີ​ພູມ​​ປັນ​ຍາ​ຫວຽດ​ນາມ ຕ້ອງ​ມີ​ຂໍ້​ມູນ​ຂອງ ຫວຽດ​ນາມ

ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຂໍ້ມູນແມ່ນຊັບພະຍາກອນ, ຢາກມີພູມປັນຍາຫວຽດນາມ ຕ້ອງມີຂໍ້ມູນສະເພາະຂອງ ຫວຽດນາມ. ດັ່ງນັ້ນ, ແຕ່ລະຂະແໜງການ, ອາຊີບ, ທ້ອງຖິ່ນຕ້ອງມີພື້ນຖານຂໍ້ມູນສະເພາະຂອງກະຊວງ, ຂະແໜງການ, ທ້ອງຖິ່ນຂອງຕົນ.
ທ່ານນາຍົກລັດຖະມົນນີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ

ຕອນເຊົ້າວັນທີ 17 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນນີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມຄັ້ງທີ 2 ຄະນະຊີ້ນຳຂອງລັດຖະບານ ກ່ຽວກັບການພັດທະນາວິທະຍາສາດ, ເຕັກໂນໂລຢີ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ແຜນຮ່າງເລກທີ 06.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຂໍ້ມູນແມ່ນຊັບພະຍາກອນ, ຢາກມີພູມປັນຍາຫວຽດນາມ ຕ້ອງມີຂໍ້ມູນສະເພາະຂອງ ຫວຽດນາມ. ດັ່ງນັ້ນ, ແຕ່ລະຂະແໜງການ, ອາຊີບ, ທ້ອງຖິ່ນຕ້ອງມີພື້ນຖານຂໍ້ມູນສະເພາະຂອງກະຊວງ, ຂະແໜງການ, ທ້ອງຖິ່ນຂອງຕົນ.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນຕ້ອງຈົດທະບຽນໂຄງການ, ໜ້າທີ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ຫັນເປັນດີຈີຕອນໂດຍໄວເພື່ອລາຍງານຂັ້ນມີສິດອຳນາດຈັດແບ່ງງົບປະມານໃນປີ 2025, ຮັບປະກັນເປົ້າໝາຍ 3%ຍອດລາຍຈ່າຍງົບປະມານປະຈຳປີ ສະຫງວນໃຫ້ແກ່ວິທະຍາສາດເຕັກໂນໂລຢີ, ນະວັດຕະກຳ ແລະ ການຫັນເປັນດີຈີຕອນ.


top