ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຊີ້​ນຳ​ໃຫ້​ສະ​ໜອງສິນ​ຄ້າ​ຢ່າງ​ພຽງ​ພໍ​ໃຫ້​ແກ່​ຮ້ານ​ສັບ​ພະ​ສິນ​ຄ້າ ແລະ ຮ້ານ​ຄ້າ​​ຕ່າງໆຢູ່​ຮ່າ​ໂນ້ຍ

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສະເໜີກຳລັງຄຸ້ມຄອງຕະຫຼາດ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຈົ່ງແກ້ໄຂ ແລະ ປັບໄໝລົງໂທດບັນດາການກະທຳກັກຕູນ, ສະສົມ, ຂຶ້ນລາຄາສິນຄ້າຢ່າງຜິດກົດໝາຍ. 

 (ພາບປະກອບ: TTXVN)

ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ຫາກໍໄດ້ຊີ້ນຳລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ, ລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ, ປະທານຄະນະກຳມະການປະຊາຊົນນະຄອນຮ່າໂນ້ຍ ແລະ ບັນດາວິສາຫະກິດ ຈົ່ງສະໜອງສະບຽງອາຫານ, ສິນຄ້າຢ່າງພຽງພໍໃຫ້ແກ່ບັນດາຮ້ານສັບພະສິນຄ້າ ແລະ ຮ້ານຄ້າ ຢູ່ບໍລິເວນນະຄອນຮ່າໂນ້ຍ, ບໍ່ປະໃຫ້ເກີດສະພາບຂາດແຄນສິນຄ້າ. ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ສະເໜີກຳລັງຄຸ້ມຄອງຕະຫຼາດ ແລະ ບັນດາອົງການທີ່ມີໜ້າທີ່ຮັບຜິດຊອບ ຈົ່ງແກ້ໄຂ ແລະ ປັບໄໝລົງໂທດບັນດາການກະທຳກັກຕູນ, ສະສົມ, ຂຶ້ນລາຄາສິນຄ້າຢ່າງຜິດກົດໝາຍ. ທ່ານນາຍົກລັດຖະມົນຕີຊີ້ນຳກຸ່ມບໍລິສັດສະບຽງອາຫານພາກເໜືອ, ກຸ່ມບໍລິສັດ DABACO ແລະ ບໍລິສັດຫຸ້ມສ່ວນລ້ຽງສັດ C.P ຫວຽດນາມ ຈົ່ງສະໜອງເຂົ້າສານ ແລະ ສະບຽງອາຫານຢ່າງພຽງພໍໃຫ້ແກ່ບັນດາຜູ້ຂາຍຍ່ອຍຢູ່ຮ່າໂນ້ຍ.
 (ແຫຼ່ງຄັດຈາກ VOV)

top