ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ແລະ ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ ໂອ້​ລົມ​ທາງ​ໂທ​ລະ​ສັບ, ປາດ​ຖະ​ໜາ​ຢາກ​ຫຼຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ຊາຍ​ແດນ ໄທ - ກຳ​ປູ​ເຈຍ

ຕອນຄ່ຳວັນທີ 12 ທັນວາ, ທ່ານນາຍົກລັດຖະມົນຕີ ໄທ ອະນຸທິນ ຊານວິຣະກຸນ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານປະທານາທິບໍດີ ອາເມລິກາ Donald Trump ກ່ຽວກັບບັນຫາຊາຍແດນ ໄທ - ກຳປູເຈຍ, ພ້ອມກັນແບ່ງປັນທັດສະນະລວມ ນັ້ນແມ່ນ ຢາກມີສັນຕິພາບ, ຫຼຸດຜ່ອນຄວາມເຄັ່ງຕຶງຢູ່ເຂດຊາຍແດນ.

ເມື່ອກ່າວຄຳເຫັນຕໍ່ວົງການນັກຂ່າວຢູ່ ບາງກອກ ພາຍຫຼັງການໂອ້ລົມທາງໂທລະສັບ, ທ່ານນາຍົກລັດຖະມົນຕີ ອະນຸທິນ ຊານວິຣະກຸນ ໃຫ້ຮູ້ວ່າ ການແລກປ່ຽກຄຳເຫັນໄດ້ດຳເນີນໃນບັນຍາກາດທີ່ຕັ້ງໜ້າ. ທ່ານປະທານາທິບໍດີ ອາເມລິກາ Donald Trump  ສະແດງຄວາມວິຕົກກັງວົນຕໍ່ສະພາບການຄວາມເຄັ່ງຕຶງຢູ່ເຂດຊາຍແດນ ແລະ ເນັ້ນໜັກວ່າ ຍາມໃດກໍພ້ອມແລ້ວຮັກສາການຕິດຕໍ່ພົວພັນກັບ ໄທໃນທຸກເວລາ. ພ້ອມດຽວກັນນັ້ນ ໄທ ຮັບຮູ້ ແລະ ແບ່ງປັນຄວາມປາດຖະໜາລວມຂອງບັນດາຝ່າຍກ່ຽວກັບສັນຕິພາບ, ຢຸດຕິການປະທະກັນ.

ສຳລັບຝ່າຍ ອາເມລິກາ, ທ່ານປະທານາທິບໍດີ ອາເມລິກາ Donald Trump ສະແດງຄວາມຫວັງສັນຕິພາບຈະໄດ້ຮັບການຟື້ນຟູໂດຍໄວ ບົນພື້ນຖານຖະແຫຼງການຮ່ວມກ່ຽວກັບເສັ້ນທາງແຫ່ງສັນຕິພາບ ໂດຍໄທ ແລະ ກຳປູເຈຍ ໄດ້ລົງນາມໃນຂອບເຂດກອງປະຊຸມສຸດຍອດ ອາຊຽນ - 47  ໃນທ້າຍເດືອນ ຕຸລາ 2025.


top