ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ໄທ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ຫວຽດ​ນາມ ຢ່າງ​ເປັນ​ທາງ​ການ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບ, ເຈລະຈາກັບທ່ານນາງນາຍົກລັດຖະມົນຕີແພທອງທານ ຊິນະວັດແລະ ສອງທ່ານໄດ້ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ລະຫວ່າງຄະນະລັດຖະບານ ຫວຽດນາມ - ໄທ, ກໍ່ຄືເປັນປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໄທ.

ຕອນຄ່ຳວັນທີ 15 ພຶດສະພາ, ທ່ານນາງ ແພທອງທານ ຊິນະວັດ ນາຍົກລັດຖະມົນຕີ ໄທໄດ້ເດີນທາງອອກຈາກຮ່າໂນ້ຍ, ສິ້ນສຸດການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ, ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ລະຫວ່າງຄະນະລັດຖະບານ ຫວຽດນາມ - ໄທ ໃນລະຫວ່າງວັນທີ 15 – 16 ພຶດສະພາຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ.

ໃນເວລາຢ້ຽມຢາມ ຫວຽດນາມ, ທ່ານນາງ ແພທອງທານ ຊິນະວັດ ນາຍົກລັຖະມົນຕີ ໄທ ໄດ້ເຂົ້າອາໄລຫາຢູ່ສຸສານປະທານໂຮ່ຈີມິນ. ທ່ານເລຂາທິການໃຫຍ່, ທ່ານປະທານປະເທດ ເລື່ອງເກື່ອງ, ທ່ານປະທານສະພາແຫ່ງຊາດ ເຈິ່ນແທັງເໝິ້ນໄດ້ພົບປະກັບທ່ານນາງ ແພທອງທານ ຊິນະວັດນາຍົກລັດຖະມົນຕີໄທ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕ້ອນຮັບ, ເຈລະຈາກັບທ່ານນາງນາຍົກລັດຖະມົນຕີແພທອງທານ ຊິນະວັດແລະ ສອງທ່ານໄດ້ ເປັນປະທານຮ່ວມກອງປະຊຸມຄັ້ງທີ 4 ລະຫວ່າງຄະນະລັດຖະບານ ຫວຽດນາມ - ໄທ, ກໍ່ຄືເປັນປະທານຮ່ວມເວທີປາໄສວິສາຫະກິດ ຫວຽດນາມ - ໄທ. ເນື່ອງໃນໂອກາດນີ້, ການນຳສອງປະເທດໄດ້ຮັບຮອງເອົາຖະແຫຼງການຮ່ວມ ແລະ ຍົກລະດັບການພົວພັນ ຫວຽດນາມ - ໄທຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານຢ່າງເປັນທາງການ.


top