ແຂວງຝຸເທະຕ້ອງສຸມໃສ່ເຮັດໃໝ່ບັນດາກຳລັງໜູນເຕີບໂຕ, ດຶງດູດບັນດາໂຄງການໃຫຍ່ມີມູນຄ່າເພີ່ມເພື່ອກາຍເປັນ ເມືອງຫຼວງອຸດສາຫະກຳທົ່ວປະເທດ”.
ທ່ານນາຍົກລັດຖະມົນຕີ ເລມິງຮຶງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: VNA)
ກ່າວຄຳເຫັນທີ່ການເຮັດວຽກກັບຄະນະປະຈຳພັກແຂວງ ຝຸເທາະໃນຕອນບ່າຍວັນທີ 14 ກໍລະກົດ, ກ່ຽວກັບສະພາບການປະຕິບັດການພັດທະນາເສດຖະກິດ ສັງຄົມ, ເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນ ສອງຂັ້ນ, ຮັບປະກັນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ. ທ່ານນາຍົກລັດຖະມົນຕີ ເລມິງຮຶງ ເນັ້ນໜັ້ກເປັນພິເສດວ່າ ແຂວງຝຸເທະຕ້ອງສຸມໃສ່ເຮັດໃໝ່ບັນດາກຳລັງໜູນເຕີບໂຕ, ດຶງດູດບັນດາໂຄງການໃຫຍ່ມີມູນຄ່າເພີ່ມເພື່ອກາຍເປັນ ເມືອງຫຼວງອຸດສາຫະກຳທົ່ວປະເທດ”. ທ່ານນາຍົກລັດຖະມົນຕີ ສະເໜີຝຸເທາະສືບຕໍ່ມານະພະຍາຍາມ, ສູ້ຊົນ, ຕັດສິນໃຈຢ່າງສູງ, ມີວິທີຄິດໃໝ່, ການປະຕິບັດໃໝ່ເພື່ອບັນລຸເປົ້າໝາຍການເຕີບໂຕຢູ່ລະດັບ 11%ຂຶ້ນໄປ.
ພວກເຮົາຕ້ອງປ່ຽນແປງຈິນຕະນາການເພື່ອພັດທະນາດຶງດູດບັນດາໂຄງການໃຫຍ່ມີມູນຄ່າເພີ່ມສູງ, ສຸມໃສ່ເຂົ້າບັນດາຂົງເຂດມີເຕັກໂນໂລຢີສູງ. ຝຸເທາະມີຄວາມສາມາດບົ່ມຊ້ອນໃນວຽກງານນີ້, ເພື່ອປ່ຽນແປງໃໝ່, ດຶງດູດບັນດາໂຄງການ, ຫຼີກລ້ຽງໂຄງການນຳໃຊ້ແຮງງານຄົນຫຼາຍ, ນຳໃຊ້ເຕັກໂນໂລຢີຫຼ້າຫຼັງກໍ່ຜົນສະທ້ອນຕໍ່ສິ່ງແວດລ້ອມ. ເຮັດແນວໃດເພື່ອໃຫ້ຝຸເທາະກາຍເປັນເມືອງຫຼວງອຸດສາຫະກຳໃນທົ່ວປະເທດ, ມີຍຸດທະສາດພັດທະນາພື້ນຖານໂຄງລ່າງ, ເຂດອຸດສາຫະກຳ, ເປັນຕົ້ນແມ່ນອຸດສາຫະກຳເຕັກໂນໂລຢີສູງ ເພື່ອຮັບບັນດາຂົງເຂດອຸດສາຫະກຳຍຸດທະສາດ.