ໂຄງການລົງທຶນພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳ ເຕິນຈ່າວ ມີເນື້ອທີ່ເກືອບ 227 ແຮັກຕາ, ຢູ່ຕາແສງ ກຽນຮຶງ ແລະ ຕາແສງ ງີເຢືອງ, ນະຄອນ ຫ໋າຍຝ່ອງ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີພິທີ (ພາບ: VOV)
ຕ່ອນຄຳວັນທີ 26 ກັນຍາ, ຢູ່ນະຄອນ ຫ໋າຍຝ່ອງ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງໂຄງການພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳ ເຕິນຈ່າວ (ໄລຍະໜຶ່ງ) ແລະ ໂຄງການໂຮງງານໄຟຟ້າຖ່ານຫີນ LNG ຫ໋າຍຝ່ອງ. ເຫດການໂດຍຄະນະກຳມະການປະຊາຊົນນະຄອນ ຫ໋າຍຝ່ອງ ສົມທົບກັບກຸ່ມບໍລິສັດ Vingroup ຈັດຂຶ້ນ.
ໂຄງການລົງທຶນພັດທະນາພື້ນຖານໂຄງລ່າງເຂດອຸດສາຫະກຳ ເຕິນຈ່າວ ມີເນື້ອທີ່ເກືອບ 227 ແຮັກຕາ, ຢູ່ຕາແສງ ກຽນຮຶງ ແລະ ຕາແສງ ງີເຢືອງ, ນະຄອນ ຫ໋າຍຝ່ອງ. ໂດຍໄດ້ຮັບການກໍ່ສ້າງໃນເວລາ 5 ປີ, ພາຍຫຼັງສຳເລັດ ເຂດອຸດສາຫະກຳ ຈະກາຍເປັນສູນໃຫຍ່ກ່ຽວກັບອຸດສາຫະກຳ - ເຕັກໂນໂລຢີໃໝ່ ດ້ວຍພື້ນຖານໂຄງລ່າງເຕັກນິກທີ່ກ້າວໜ້າ. ໂຄງການກໍ່ສ້າງໂຮງງານໄຟຟ້າຖ່ານຫີນ LNG ຫ໋າຍຝ່ອງມີເນື້ອທີ່ເກືອບ 100 ແຮັກຕາ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ:
ສອງໂຄງການນີ້ລ້ວນແຕ່ມ່ເປົ້າໝາຍພັດທະນາອຸດສາຫະກຳ, ດຶງດູດເງິນລົງທຶນຈາກຕ່າງປະເທດ. ການດຶງດູດເງິນລົງທຶນຈາກຕ່າງປະເທດໃນປັດຈຸບັນ ກຳນົດການລົງທຶນທີ່ມີການຄັດເລືອກບັນດາເຕັກໂນໂລຢີສູງ, ການຖ່າຍທອດເຕັກໂນໂລຢີ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ, ປະກອບສ່ວນເຂົ້າໃນການຄຸ້ມຄອງແຫ່ງຊາດ. ພັດທະນາພະລັງງາສີຂຽວ, ນີ້ແມ່ນທ່າອ່ຽງຕ້ອງເປັນໄປບໍ່ສາມາດຕ່າວປິ້ນໄດ້. ເພາະສະນັ້ນ, ຂ້າພະເຈົ້າສະແດງຄວາມຊົມເຊີຍຕໍ່ ຫ໋າຍຝ່ອງ ໃນການດຶງດູດແຫຼ່ງເງິນລົງທຶນ.