ຕອນເຊົ້າວັນທີ 18 ຕຸລາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມທົ່ວປະເທດ ກ່ຽວກັບການຊຸກຍູ້ການລົງທຶນສາທາລະນະ ປິ 2025 (ຄັ້ງທີ 4).
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ
ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ຢູ່ຮ່າໂນ້ຍ ແລະ ເຊື່ອມຕໍ່ກັບ 34 ແຂວງ, ນະຄອນ. ຢູ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ພຽງເຫຼືອກ່ວາ 2 ເດືອນແມ່ນຈະສິ້ນສຸດປີ 2025, ເພາະສະນັ້ນຕ້ອງເພີ່ມຄວາມໄວ, ມີບາດກ້າວບຸກທະລຸເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕບັນລຸລະດັບ 8%ຂຶ້ນໄປໃນປີນີ້. ໜຶ່ງໃນບັນດາກຳລັງໜູນເຕີບໂຕແມ່ນການລົງທຶນ, ອັດຕາການປ່ອຍເງິນລົງທຶນສາທາລະນະໃນອາຍຸການນີ້ເພີ່ມຂຶ້ນ 55%ເມື່ອທຽບໃສ່ກັບອາຍຸການກ່ອນ. ທ່ານສະເໜີຕ້ອງໄຈ້ແຍກສາຍເຫດ, ມານະພະຍາຍາມປະຕິບັດສຳເລັດເປົ້າໝາຍທີ່ໄດ້ວາງອອກ:
ຂ້າພະເຈົ້າສະເໜີເຊື່ອມຊືມຈິດໃຈນີ້ເພື່ອທັງເຮັດດ້ວຍຈິດໃຈມີຄວາມຮັບຜິດຊອບຕາມຂໍ້ກຳນົດຂອງພັກ ແລະ ລັດ, ທັງເຮັດດ້ວຍມະໂນທຳຂອງຕົນ. ເຮືອນແຕ່ລະຫຼັງໄດ້ສ້າງຂຶ້ນ, ໂຄງການແຕ່ລະແຫ່ງໄດ້ຮັບການກໍ່ສ້າງສຳເລັດ ເພື່ອນຳມາເຊິ່ງຄວາມເບີກບານມ່ວນຊືນ ໃຫ້ແກ່ປະຊາຊົນ, ປະກອບສ່ວນເຂົ້າໃນການພັດທະນາລວມຂອງປະເທດຊາດ. ເພາະສະນັ້ນ, ເວົ້ານ້ອຍເຮັດຫຼາຍ ສະແດງອອກດ້ວຍຜະລິດຕະພັນລະອຽດ.