ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ລົງ​ຢ້ຽມ​ຢາມ​ບາງ​ໂຄງ​ການ​ຄົມ​ມະ​ນາ​ຄົມ​ໃຫຍ່​ຢູ່ ແຂວງ ເງະ​ອານ

ຕອນເຊົ້າວັນທີ 24 ກໍລະກົດ, ໃນລາຍການປະຕິບັດງານຢູ່ແຂວງ ເງະອານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານໄດ້ລົງສຳຫຼວດກວດກາສະພາບການຕົວຈິງຂອງສະໜາມບິນ ວິງ, ເຂດວາງແຜນຜັງກໍ່ສ້າງທ່າກ່ຳປັ່ນນ້ຳເລິກ ເກືອລໍ່ ແລະ ບາງໂຄງການອື່ນໆ.

ຕອນເຊົ້າວັນທີ 24 ກໍລະກົດ, ໃນລາຍການປະຕິບັດງານຢູ່ແຂວງ ເງະອານ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ຄະນະປະຕິບັດງານໄດ້ລົງສຳຫຼວດກວດກາສະພາບການຕົວຈິງຂອງສະໜາມບິນ ວິງ, ເຂດວາງແຜນຜັງກໍ່ສ້າງທ່າກ່ຳປັ່ນນ້ຳເລິກ ເກືອລໍ່ ແລະ ບາງໂຄງການອື່ນໆ.

   

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຮັດວຽກກັບຄະນະຜູ້ປະຈຳການ ອົງຄະນະພັກແຂວງ ເງະອານ (ພາບ: TTXVN)

ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຮັບຟັງບົດລາຍງານກ່ຽວກັບໂຄງການ, ຕາມນັ້ນແລ້ວ ໂຄງການນີ້ໄດ້ຮັບການວາງແຜນຜັງກໍ່ສ້າງຢູ່ຕາແສງ ງີຕຽນ, ເມືອງ ງີລົກ ແຂວງເງະອານ, ເຊິ່ງໄດ້ກຳນົດວ່າ ແມ່ນໂຄງການພື້ນຖານໂຄງລ່າງທາງຄົມມະນາຄົມຈຸດສຸມ, ສະດວກແກ່ການແລກປ່ຽນ, ຈໍລະຈອນສິນຄ້າສາກົນ, ພິເສດ ແມ່ນການປ່ຽນຖ່າຍສິນຄ້າໃຫ້ແກ່ປະເທດ ລາວ ເພື່ອນບ້ານ ແລະ ພາກຕາເວັນອອກສຽງເໜືອ ຂອງ ໄທ, ພ້ອມກັບບັນດາເສັ້ນທາງເຊື່ອມຕໍ່ຮັບປະກັນຄວາມຄົບຊຸດ, ປະກອບສ່ວນຍົກສູງກຳລັງຄວາມສາມາດແກ້ງແຍ້ງ ແລະ ພັດທະນາການບໍລິການ logistics.

ກໍໃນຕອນເຊົ້າວັນທີ 24 ກໍລະກົດ, ທ່ານນາຍົກລັດຖະມົນຕີ ໄດ້ລົງສຳຫຼວດກວດກາ ແລະ ຮັບຟັງບົດລາຍງານກ່ຽວກັບແຜນການກໍ່ສ້າງເສັ້ນທາງເຊື່ອມຕໍ່ຈາກນະຄອນ ວິງ ໄປຍັງ ເທດສະບານເມືອງ ນາມດານ, ເມືອງ ນາມດານ - ບ້ານເກີດເມືອງນອນຂອງປະທານ ໂຮ່ຈີມິນ.

ຫຼັງຈາກນັ້ນ, ທ່ານນາຍົກລັດຖະມົນຕີ ໄດ້ຢ້ຽມຢາມ ແລະ ເຮັດວຽກກັບກອງບັນຊາການທະຫານເຂດ 4, ກະຊວງປ້ອງກັນປະເທດຫວຽດນາມ. ຮອດຕອນບ່າຍຂອງວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເຮັດວຽກກັບຄະນະຜູ້ປະຈຳການ ອົງຄະນະພັກແຂວງ ເງະອານ ກ່ຽວກັບວຽກງານຜັນຂະຫຍາຍ, ຜົນການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XIII  ຂອງພັກ ແລະ ມະຕິກອງປະຊຸມໃຫຍ່ຄະນະພັກແຂວງຄັ້ງທີ XIX, ອາຍຸການ 2020 – 202025

(ແຫຼ່ງຄັດຈາກ VOV)


top