ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ: ຮ່ວມ​ແຮງ​ຮ​່ວມ​ໃຈ​ແຜ່​ຂະ​ຫຍາຍ​ນ້ຳ​ໃຈ​ເຄົາ​ລົບ​ກົດ​ໝາຍ

ຕອນຄ່ຳວັນທີ 6 ພະຈິກ ຢູ່ຮ່າໂນ້ຍ, ສະພາປະສານງານເຜີຍແຜ່, ສຶກສາກົດໝາຍສູນກາງ ໄດ້ຈັດຕັ້ງພິທີຕອບສະໜອງວັນກົດໝາຍ ຫວຽດນາມ ປີ 2022 (ວັນທີ 9 ພະຈິກ).
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: TTXVN)  

ກ່າວຄຳເຫັນທີ່ພິທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກເຖິງຄຳຮຽກຮ້ອງທີ່ວ່າ: ເຄົາລົບລັດຖະທຳມະນູນ ແລະ ກົດໝາຍຕ້ອງກາຍເປັນມາດຕະຖານໃນການປະພຶດຂອງທຸກເຈົ້າກຳໃນສັງຄົມ. ຕາມນັ້ນແລ້ວ ຕ້ອງປ່ຽນແປ່ງໃໝ່ຮູບແບບໂຄສະນາເຜີຍແຜ່ກົດໝາຍດ້ວຍທິດນຳທີ່ວ່າ ປະຊາຊົນເປັນໃຈກາງ, ເປັນເຈົ້າຂອງໃນວິວັດແຫ່ງການສ້າງກົດໝາຍ. ພ້ອມດຽວກັນນັ້ນ, ກໍ່ຍົກສູງບົດບາດ, ຄວາມຮັບຜິດຊອບຂອງບັນດາອົງການປົກປ້ອງກົດໝາຍ, ຮັບປະກັນວ່າຈະກວດພົບ ແລະ ແກ້ໄຂທຸກການກະທຳທີ່ລະເມີດກົດໝາຍຢ່າງທັນການ, ຍຸຕິທຳ, ເຂັ້ມງວດ, ສະເໝີຕົ້ນສະເໝີປາຍ, ເປີດເຜີຍ, ຈະແຈ້ງ. ທ່ານກ່າວວ່າ:       

“ໂດຍຕອບສະໜອງການສະເຫຼີມສະຫຼອງວັນກົດໝາຍ ຫວຽດນາມ, ດ້ວຍການກະທຳລະອຽດ, ແທດຈິງ ຂອງຕົນ, ພວກເຮົາຈົ່ງແຜ່ຂະຫຍາຍນ້ຳໃຈເຄົາລົບກົດໝາຍ, ປະກອບສ່ວນເຮັດແນວໃດເພື່ອໃຫ້ລັດຖະທຳມະນູນ ແລະ ກົດໝາຍ ສາມາດຊຶມເລິກເຂົ້າໃນຈິດສຳນຶກ ແລະ ການກະທຳຂອງປະຊາຊົນແຕ່ລະຄົນ, ວິສາຫະກິດ ແລະ ອົງການຈັດຕັ້ງຕ່າງໆ ແລະ ຂອງທົ່ວສັງຄົມ. ຂ້າພະເຈົ້າຫວັງວ່າ ປະຊາຊົນ ຫວຽດນາມ ແຕ່ລະຄົນລ້ວນແຕ່ມີສະຕິໃນການປະຕິບັດກົດໝາຍ ເພື່ອສ້າງສັງຄົມສີວິໄລ, ສຸພາບຮຽບຮ້ອຍ, ຫັນຄວາມຄາດຫວັງພັດທະນາປະເທດຊາດກາຍເປັນປະເທດຮຸ່ງເຮືອງສີວິໄລ, ວັດທະນາຖາວອນ ແລະ ປະຊາຊົນນັບມື້ນັບອີ່ມໜຳສຳລານສົມບູນພູນສຸກໃຫ້ປະກົດຜົນເປັນຈິງ”.


top