ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ສົມທົບກັບກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຢ່າງແໜ້ນແຟ້ນໃນການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງສະບັບຕ່າງໆລະຫວ່າງສອງປະເທດໃນຂົງເຂດທີ່ຕົນຮັບຜິດຊອບ.
ບັນຍາກາດການຕ້ອນຮັບທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ.ລາວ
ຕອນບ່າຍວັນທີ 16 ທັນວາ, ຢູ່ສຳນັກງານລັດຖະບານ, ເມື່ອກ່າວຄຳເຫັນໃນການຕ້ອນຮັບທ່ານ ທອງສະລິດ ມັງໜໍ່ເມກ ເລຂາທິການສູນກາງພັກ, ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ແຫ່ງ ສປປ.ລາວ ແລະ ຄະນະປະຕິບັດງານພວມຢ້ຽມຢາມ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ລັດຖະມົນຕີກະຊວງສຶກສາທິການ ແລະ ກິລາ ລາວ ສົມທົບກັບກະຊວງສຶກສາ ແລະ ກໍ່ສ້າງ ຫວຽດນາມ ຢ່າງແໜ້ນແຟ້ນໃນການຜັນຂະຫຍາຍຂໍ້ຕົກລົງຂັ້ນສູງສະບັບຕ່າງໆລະຫວ່າງສອງປະເທດໃນຂົງເຂດທີ່ຕົນຮັບຜິດຊອບ. ໃນນັ້ນ, ສອງຝ່າຍສົ່ງເສີມກນສ້າງຕັ້ງໂຮງຮຽນມະຫາວິທະຍາໄລ ລາວ - ຫວຽດນາມ ແລະ ສູນວັດທະນະທຳ ຫວຽດນາມ ປະຈຳ ລາວ ໂດຍໄວ; ສົມທົບກັນນຳນັກສຶກສາ ລາວ ຢູ່ເຂດຊາຍແດນສອງປະເທດ ໄປຮຽນຢູ່ໂຮງຮຽນເຄິ່ງກິນນອນຊົນເຜົ່າຂອງ ຫວຽດນາມ; ເພີ່ມທະວີການສອນ ແລະ ຮຽນພາສາລາວ, ພາສາ ຫວຽດ ຢູ່ສອງປະເທດ, ນຳ ພາສາ ຫວຽດ ກາຍເປັນພາສາເລືອກຕາມໃຈຢູ່ໂຮງຮຽນແຫ່ງຕ່າງໆຂອງ ລາວ. ພ້ອມດຽວກັນນັ້ນ, ສອງຝ່າຍສືບຕໍ່ສ້າງບັນດາໂຄງການແລກປ່ຽນທາງດ້ານວິຊາການ; ການສຶກສາມູນເຊື້ອ ແລະ ເພີ່ມພູນຄູນສ້າງໃຫ້ແກ່ສາຍພົວພັນອັນດີງາມລະຫວ່າງສອງປະເທດ.
ທ່ານ ທອງສະລິດ ມັງໜໍ່ເມກ ລັດຖະມົນຕີກະຊວງສຶກສາ ແລະ ກິລາ ລາວ ໃຫ້ຮູ້ວ່າ ລາວ ໄດ້ກຳນົດຍຸດທະສາດພັດທະນາປະເທດຊາດຮອດປີ 2035; ສະເໜີ ຫວຽດນາມ ໃຫ້ການໜູນຊ່ວຍ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດໃຫ້ແກ່ລາວ ເພື່ອປະຕິບັດເປົ້າໝາຍນີ້ໃນບັນດາຂົງເຂດ, ໂດຍສະເພາະແມ່ນວິທະຍາສາດ, ເຕັກໂນໂລຢີ, ກິລາກາຍຍະກຳ.