ບັນດາຄອບຄົວສະແດງຄວາມປະຕິຊົມຊື່ນເມື່ອໄດ້ດຳລົງຊີວິດບໍ່ພຽງແຕ່ໃນເຮືອນຫຼັງໃໝ່ເທົ່ານັ້ນ ຫາກຍັງໄດ້ຮັບຂອງຂວັນທີ່ມີຄວາມໝາຍຢ່າງແທ້ຈິງຄື: ໂທລະພາບ, ຕູ້ເຢັນ… ໂດຍບັນດາຫົວໜ່ວຍມອບໃຫ້ເພື່ອຕ້ອນຮັບລະດູບານໃໝ່ປີມະເມຍ 2026 ຢ່າງອົບອຸ່ນ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ມອບຂອງຂວັນໃຫ້ແກ່ປະຊາຊົນເຂດຕັ້ງຖິ່ນຖານຄົງທີ່ໃໝ່ຢູ່ບ້ານ ກ໋ວາງດຶກ (ພາບ: VOV)
ວັນທີ 1 ມີນາ, ໃນໂຄງການປະຕິບັດງານຢູ່ ແຂວງ ດັກລັກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ບັນດາຄອບຄົວຖືກຜົນເສຍຫາຍຍ້ອນຝົນຕົກນ້ຳຖ້ວມໃນປີ 2025, ປັດຈຸບັນໄດ້ສັບຊ້ອນເຮືອນຫຼັງໃໝ່ຢູ່ ເຂດຕັ້ງຖິ່ນຖານຄົງທີ່ຢູ່ບ້ານກ໋ວາງດອກ, ຕາແສງຕຸຍອານນາມ. ນະທີ່ນີ້, ບັນດາຄອບຄົວສະແດງຄວາມປະຕິຊົມຊື່ນເມື່ອໄດ້ດຳລົງຊີວິດບໍ່ພຽງແຕ່ໃນເຮືອນຫຼັງໃໝ່ເທົ່ານັ້ນ ຫາກຍັງໄດ້ຮັບຂອງຂວັນທີ່ມີຄວາມໝາຍຢ່າງແທ້ຈິງຄື: ໂທລະພາບ, ຕູ້ເຢັນ… ໂດຍບັນດາຫົວໜ່ວຍມອບໃຫ້ເພື່ອຕ້ອນຮັບລະດູບານໃໝ່ປີມະເມຍ 2026 ຢ່າງອົບອຸ່ນ. ທີ່ການຢ້ຽມຢາມ, ໂອ້ລົມກັບປະຊາຊົນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຊີ້ແຈ້ງວ່າ:
ເວລາຜ່ານມາ ການສ້າງເຂດຕັ້ງຖິ່ນຖານຄົງທີ່ໄດ້ເຮັດດີພໍສົມຄວນ, ປັດຈຸບັນຕ້ອງຮີບດ່ວນວາງແຜນກຳນົດໃຫ້ງາມຕາ. ທີສອງແມ່ນຕົ້ນໄມ້. ທີສາມແມ່ນວັດຖຸອຸປະກອນກ່ຽວກັບວັດທະນະທຳ, ການດຳລົງຊີວິດວົງຄະນະຍາດ. ກ່ຽວກັບບ່ອນເຝົາເດັກ, ໂຮງຮຽນອະນຸບານ, ການສຶກສາ ຕ້ອງພິຈາລະນາບ່ອນໃດສະດວກ ກໍ່ສ້າງເຮືອນໃຫ້ພວກນ້ອງໄປຮຽນ. ຂ້າພະເຈົ້າ ເຊີດຊູພໍ່ແມ່ປະຊາຊົນທັງຮ່ວມເດີນທາງ, ຮ່ວມຈິດຮ່ວມໃຈກັບພັກ, ລັດ ເພື່ອກໍ່ສ້າງສຳເລັດເຮືອນຢູ່.