ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ສະ​ເຫຼີມ​ໄຊ ກົມ​ມະ​ສິດ ແລະ ພັນ​ລະ​ຍາ​ ຈະມາຢ້ຽມ​ຢາມ ຫວຽດ​ນາມ ​ຢ່າງ​ເປັນ​ທາງ​ການ

ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ຂອງ ​ທ່ານ ເລ​ມິງ​ຮຶງ ນ​າ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ແລະ ພັນ​ລະ​ຍາ, ທ່ານ​ ສະ​ເຫຼີມໄຊ ກົມ​ມະ​ສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ພັນ​ລະ​ຍາ​ ຈະ​ມາ​ຢ້ຽມ​ຢາມ​ ຫວຽດ​ນາມ ​ຢ່າງ​ເປັນ​ທາງການ
ທ່ານ ເລ​ມິງ​ຮຶງ ນ​າ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ແລະ ທ່ານ​ ສະ​ເຫຼີມໄຊ ກົມ​ມະ​ສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ (ພາບ: VNA)
ວັນ​ທີ 23 ພະ​ຈິກ, ກະ​ຊວງ​ການ​ຕ່າງ​ປະ​ເທດ ຫວຽດ​ນາມ ໄດ້​ອອກ​ຖະ​ແຫຼງ​ການ​ໂດຍ​ໃຫ້​ຮູ້​ວ່າ: ໂດຍ​ໄດ້​ຮັບ​ຄຳ​ເຊື້ອ​ຂອງ ​ທ່ານ ເລ​ມິງ​ຮຶງ ນ​າ​ຍົກ​ລັດ​ຖະ​ມົນຕີ ຫວຽດ​ນາມ ແລະ ພັນ​ລະ​ຍາ, ທ່ານ​ ສະ​ເຫຼີມໄຊ ກົມ​ມະ​ສິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ແລະ ພັນ​ລະ​ຍາ​ ຈະ​ມາ​ຢ້ຽມ​ຢາມ​ ຫວຽດ​ນາມ ​ຢ່າງ​ເປັນ​ທາງການ ແລະ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດການ​ຮ່ວມ​ມື ກຳ​ປູ​ເຈຍ - ລາວ - ມ​ຽນ​ມາ - ຫວຽດ​ນາມ​ ຄັ້ງ​ທີ 12 (CLMV - 12) ແລະ ກອງ​ປະ​ຊຸມ​ສຸດຍອດ​ຍຸດ​ທະ​ສາດ​ການຮ່ວມ​ມື​ເສດ​ຖະ​ກິດ ອິ​ຣະ​ວະ​ດີ - ເຈົ້າ​ພະ​ຍາ - ແມ່​ນ້ຳ​ຂອງ ຄັ້ງ​ທີ 11 (ACMECS – 11). ການ​ຢ້ຽມ​ຢາມ ແລະ ເຂົ້າ​ຮ່ວມ​ບັນ​ດາ​ກອງ​ປະ​ຊຸມ​ຈະ​ດຳ​ເນີນ​ແຕ່​ວັນ​ທີ 27 – 28 ພະ​ຈິກ.

top