ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິ​ງ​ຈິງ: ພັດ​ທະ​ນາ ກົນ​ດາວ​ໃຫ້ມີຄວາມສະ​ອາດ, ສວຍ​ງາມ, ທັນ​ສະ​ໄໝ​ ລະ​ດັບ​ສາ​ກົນ

ທ່ານນາຍົກລັດຖະມົນຕີ ຊີ້ນຳ ກົນດາວ ຕ້ອງຮີບດ່ວນເພີ່ມເຕີມ, ສ້າງແຜນການທົດລອງບາງກົນໄກ, ນະໂຍບາຍພັດທະນາເມືອງ ກົນດາວ ໃຫ້ສຳເລັດຜົນ. ສ້າງກົນດາວໃຫ້ມີຄວາມສະອາດ, ສວຍງາມ, ທັນສະໄໝລະດັບສາກົນ, ກາຍເປັນຈຸດດ່ານໜ້າຢ່າງໝັ້ນແກ່ນໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ພັດທະນາເສດຖະກິດທະເລ, ຈຸດສຸມແມ່ນພັດທະນາການທ່ອງທ່ຽວສັກກະລະບູຊາ ແລະ ການທ່ອງທ່ຽວທຳມະຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VGP)

ໃນໂຄງການຢ້ຽມຢາມ, ເຮັດວຽກ, ເຂົ້າຮ່ວມບັນດາການເຄື່ອນໄຫວສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍ ກົນດາວ (01/05/1975 – 01/05/2025), ຕອນບ່າຍວັນທີ 3 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ມີການເຮັດວຽກກັບຄະນະປະຈຳ ຄະນະພັກແຂວງ ບ່າເຣ້ຍ - ຫວູງເຕົາ ກ່ຽວກັບການຊຸກຍູ້ການພັດທະນາເສດຖະກິດ - ສັງຄົມ, ຮັບປປະກັນການປ້ອງກັນຊາດ - ປ້ອງກັນຄວາມສະຫງົບຂອງແຂວງ ບ່າເຣ້ຍ - ຫວູງເຕົາ ແລະ ເມືອງ ກົນດາວ.

ທີ່ການເຮັດວຽກ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ແຂວງ ບ່າເຣ້ຍ - ຫວູງເຕົາ ຕ້ອງຮີບດ່ວນປະຕິບັດຜົນສຳເລັດຂອງສູນກາງ ກ່ຽວກັບການຜັນຂະຫຍາຍນະໂຍບາຍສອງຂັ້ນ ແລະ ໂຮມເຂົ້າແຂວງ ດ້ວຍຈິດໃຈເປັນເຈົ້າການ, ເພີ່ມທະວີການດຶງດູດເງິນລົງທຶນ, ຊຸກຍູ້ການພັດທະນາບັນດາການບໍລິການທີ່ອາດຈະເປັນທ່າແຮງຄື ນ້ຳມັນອາຍແກັດ, ການທ່ອງທ່ຽວ, ບັນດາບໍລິການສິນຄ້າອື່ນໆ, ຍູ້ແຮງການສົ່ງອອກສິນຄ້າ ຕາມທິດຫັນຕະຫຼາດ, ລະບົບສະໜອງ, ຜະລິດຕະພັນເປັນຫຼາຍຮູບແບບ.

ສຳລັບ ກົນດາວ, ທ່ານນາຍົກລັດຖະມົນຕີ ຊີ້ນຳຕ້ອງຮີບດ່ວນເພີ່ມເຕີມ, ສ້າງແຜນການທົດລອງບາງກົນໄກ, ນະໂຍບາຍພັດທະນາເມືອງ ກົນດາວ ໃຫ້ສຳເລັດຜົນ. ສ້າງກົນດາວໃຫ້ມີຄວາມສະອາດ, ສວຍງາມ, ທັນສະໄໝລະດັບສາກົນ, ກາຍເປັນຈຸດດ່ານໜ້າຢ່າງໝັ້ນແກ່ນໃນການປ້ອງກັນຊາດ, ປ້ອງກັນຄວາມສະຫງົບ; ພັດທະນາເສດຖະກິດທະເລ, ຈຸດສຸມແມ່ນພັດທະນາການທ່ອງທ່ຽວສັກກະລະບູຊາ ແລະ ການທ່ອງທ່ຽວທຳມະຊາດ.

ແລະກໍ່ໃນຕອນຄ່ຳວັນດຽວກັນ, ຢູ່ສຸສານ ຮ່າງເຢືອງ, ເມືອງກົນດາວ, ແຂວງ ບ່າເຣ້ຍ ຫວູງເຕົາ ໄດ້ດຳເນີນໂຄງການສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍກົນດາວ ໂດຍມີການເຂົ້າຮ່ວມຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.


top