ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ​ພົບ​ປະ​ກັບ​​ປະ​ທາ​ນາ​ທິ​ບໍ​ດີ ອາ​ເມ​ລິ​ກາ Joe Biden

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ການພົວພັນສອງປະເທດໃນໄລຍະຜ່ານມາມີການພັດທະນາຢ່າງຕັ້ງໜ້າ, ດ້ວຍຈຸດສຸມແມ່ນການຮ່ວມມືດ້ານເສດຖະກິດ ການຄ້າ.
  ທ່ານ ນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງພົບປະກັບປະທານາທິບໍດີ ອາເມລິກາ Joe Biden (ພາບ: VGP)  

ຕອນບ່າຍວັນທີ 20 ພຶດສະພາ, ໃນຂອບເຂດກອງປະຊຸມສຸດຍອດກຸ່ມບັນດາປະເທດອຸດສາຫາກຳພັດທະນາ (G7) ເປີດກວ້າງທີ່ໄດ້ດຳເນີນຢູ່ Hiroshima (ຍີ່ປຸ່ນ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງມີການພົບປະກັບທ່ານປະທານາທິບໍດີ ອາເມລິກາ Joe Biden

ທີ່ການພົບປະ, ສອງຝ່າຍໄດ້ເຫັນດີເປັນເອກະພາບຮັກສາການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ແລກປ່ຽນບາງມາດຕະການຊຸກຍູ້ການພົວພັນສອງຝ່າຍພ້ອມກັບບັນດາບັນຫາໃນສາກົນ ແລະ ພາກພື້ນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ການພົວພັນສອງປະເທດໃນໄລຍະຜ່ານມາມີການພັດທະນາຢ່າງຕັ້ງໜ້າ, ດ້ວຍຈຸດສຸມແມ່ນການຮ່ວມມືດ້ານເສດຖະກິດ ການຄ້າ. ສ່ວນທ່ານປະທານາທິບໍດີ Joe Biden ໄດ້ຕີລາຄາສູງໝາກຜົນໃນການເຈລະຈາທາງໂທລະສັບກັບທ່ານເລຂາທິການໃຫຍ່ ຫງວຽນຝຸຈ້ອງ ຫວ່າງແລ້ວນີ້.

ທີ່ກອງປະຊຸມ G7 ເປີດກວ້າງ, ທ່ານລັດຖະມົນຕີກະຊວງການຕ່າງປະເທດ ບຸຍແທັງເຊີນ ກໍ່ມີການພົບປະບກັບທ່ານລັດຖະມົນຕີກະຊວງການຕ່າງປະເທດ ອາເມລິກາ Anthony Blinken. ສອງຝ່າຍໄດ້ແລກປ່ຽນບັນດາມາດຕະການເພື່ອຊຸກຍູ້ການຜັນຂະຫຍາຍບັນດາຂໍ້ລິເລີ່ມການນຳຂັ້ນສູງສອງປະເທດ.

ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານສະພາເອີລົບ Charles Michel.

ທີການພົບປະ, ສອງຝ່າຍໄດ້ສະແດງຄວາມເພິ່ງພໍໃຈຕໍ່ບັນດາບາດກ້າວທີ່ຕັ້ງໜ້າໃນການພົວພັນຫວຽດນາມ - ສະຫະພາບເອີລົບ (EU) ຕາມທິດນັບມື້ນັບເລິກເຊິ່ງກວ້າງຂວາງ, ແທດຈິງ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີສອງຝ່າຍຊຸກຍູ້ການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ເປັນຕົ້ນແມ່ນຂັ້ນສູງ, ຮັກສາ ແລະ ເສີມຂະຫຍາຍບັນດາກົນໄກຮ່ວມມື, ສົນທະນາຢ່າງມີປະສິດທິຜົນໃນຂອງເຂດສັນຍາແມ່ຄູ່ຮ່ວມມື ແລະ ຮ່ວມມືຢ່າງຮອບດ້ານລະຫວ່າງ ຫວຽດນາມ ແລະ EU.

ສ່ວນທ່ານປະທານສະພາເອີລົບ Charles Michel ຕີລາຄາສູງຄວາມມານະພະຍາຍາມໃນການປ້ອງກັນຕ້ານການສໍ້ລາດບັງຫຼວງຂອງ ຫວຽດນາມ, ຢັ້ງຢືນບັນດາບາດກ້າວເຊິ່ງຫວຽດນາມ ບັນລຸໄດ້ໃນການແກ້ໄຂບັນຫາບັດເຫຼືອງຕໍ່ສິນໃນນ້ຳຫວຽດນາມ.


top