ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ພາຍ​ໃນ ເບ​ລາ​ຣຸດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ Kubrakov Ivan Vladimirovich ລັດຖະມົນຕີກະຊວງພາຍໃນ ສ.ເບລາຣຸດ (ພາບ: VGP)  

ຕອນບ່າຍວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ທີ່ການຕ້ອນຮັບທ່ານ Kubrakov Ivan Vladimirovich ລັດຖະມົນຕີກະຊວງພາຍໃນ ສ.ເບລາຣຸດ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງຕຳຫຼວດ ໂຕເລິມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍ່ຖືເປັນສຳຄັນການພັດທະນາການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະ ການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດ, ທ່ານສະແດງຄວາມຊົມເຊີຍຕໍ່ບັນດາບາດກ້າວຢ່າງຕັ້ງໜ້າໃນການຮ່ວມມືດ້ານເສດຖະກິດ - ການຄ້າ, ສົ່ງເສີມວິສາຫະກິດສອງຝ່າຍເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ສອງປະເທດ.

ສ່ວນທ່ານ Kubrakov Ivan Vladimirovich ລັດຖະມົນຕີກະຊວງພາຍໃນ ເບລາຣຸດ ໄດ້ເຫັນດີເປັນເອກະພາບຕໍ່ບັນດາການກຳນົດທິດໃນການຊຸກຍູ້ຮ່ວມມືໂດຍທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍົກອອກມາ, ທ່ານຢັ້ງຢືນວ່າ ລັດຖະບານ ເບລາຣຸດ ຈະມານະພະຍາຍາມຊຸກຍູ້ການພົວພັນມິດຕະພາບທີ່ເປັນມູນເຊື້ອ ແລະການຮ່ວມມືໃນຫຼາຍດ້ານລະຫວ່າງສອງປະເທດເວົ້າລວມ, ກໍ່ຄືການຮ່ວມມືລະຫວ່າງກະຊວງພາຍໃນ ເບລາຣຸດ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າສະເພາະ.


top