ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ສູນກາງແນວລາວສ້າງຊາດ ສືບຕໍ່ສົມທົບກັບສູນກາງແນວໂຮມປະເທດຊາດ ຫວຽດນາມ ປະຕິບັດຂໍ້ຕົກລົງຮ່ວມມືລະຫວ່າງສອງອົງການ ໄລຍະ 2022 – 2027 ຢ່າງມີປະສິດທິຜົນ.
ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ ທ່ານສິນລະວັງ ຄຸດໄພທູນ ປະ​ທານ​ ສູນ​ກາງ​ແນວ​ລາວ​ສ້າງ​ຊາດ.

ວັນທີ 26 ເມສາ, ຢູ່ຮ່າໂນ້ຍ, ໃນການຕ້ອນຮັບທ່ານ ສິນລະວົງ ຄຸດໄພທູນ, ປະທານຄະນະກຳມະການສູນກາງແນວລາວສ້າງຊາດ ທີ່ພວມຢູ່ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານນາຍົກລັດຖະມົນຕີ ຟ້າມບິມິງຈິງ ຖືວ່າການຢ້ຽມຢາມຈະປະກອບສ່ວນສ້າງສາສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ຫວຽດນາມ-ລາວ.

ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງກຸ່ມກ້ອມມະຫາສາມັກຄີ ທົ່ວທັງຊາດ, ບົດບາດ​ຂອງ​ອົງການ​ແນວ​ໂຮມ​ກັບ​ແຕ່ລະ​ປະ​ເທດ, ພິ​ເສດ​ແມ່ນ​ໃນ​ສະພາບ​ການ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ທ້າ​ທາຍ​ຫຼາຍ​ຢ່າງ, ທ່ານ​ນາຍົກລັດຖະມົນຕີ ຟ້າ​ມ​ມິ​ງຈິງ ປາດ​ຖະໜາ​ວ່າ ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສືບ​ຕໍ່​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກັບ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ປະຕິບັດ​ສັນຍາ​ຮ່ວມ​ມື​ລະຫວ່າງ 2 ອົງການ ​ໄລຍະ 2022 2027 ຢ່າງ​ມີ​ປະສິດທິ​ຜົນ ​ແລະ ຊຸກຍູ້​ການ​ພົບປະແລກປ່ຽນ​ປະຊາຊົນ, ພິ​ເສດ​ແມ່ນ​ລຸ້ນໜຸ່ມ.

ສ່ວນທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ລາວ​ສ້າງ​ຊາດ ສິນລະວົງ ຄຸດໄພທູນ ​ໄດ້​ແຈ້ງ​ໃຫ້​ທ່ານ​ນາຍົກລັດຖະມົນຕີ ຊາບ​ກ່ຽວ​ກັບ​ການ​ເຄື່ອນ​ໄຫວ ​ແລະ ໝາກຜົນ​ການ​ຢ້ຽມຢາມ ໃຫ້ຮູ້​ວ່າ ຈະ​ຕັ້ງໜ້າ​ຊຸກຍູ້​ບັນດາ​ໂຄງການ ​ແລະ ​ແຜນການ​ຮ່ວມ​ມື ​ລະຫວ່າງ​ສອງ​ອົງການ ​ແລະ ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ລະຫວ່າງ​ສອງ​ປະ​ເທດ.

 


top