ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເປັນ​ປະ​ທານກອງ​ປະ​ຊຸມ​ລັດ​ຖະ​ບານ​ກັບ ບັນ​ດາ​ທ້ອງ​ຖິ່ນ​ໃນ​ເດືອນ​ມິ​ຖຸ​ນາ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ນີ້ແມ່ນກອງປະຊຸມລັດຖະບານຄັ້ງທຳອິດພາຍຫຼັງ ພ້ອມກັນປະຕິບັດຮູບແບບເຄື່ອນໄຫວກົງຈັກອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ນັບແຕ່ວັນທີ 1 ກໍລະກົດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເປັນປະທານກອງປະຊຸມລັດຖະບານກັບ ທ້ອງຖິ່ນເດືອນມິຖຸນາ (ພາບ: VOV)

ຕອນບ່າຍວັນທີ 3 ກໍລະກົດ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມລັດຖະບານກັບ ທ້ອງຖິ່ນເດືອນມິຖຸນາ. ກອງປະຊຸມໄດ້ປະຕິບັດແບບທາງໄກກັບ 34 ແຂວງ, ນະຄອນຂຶ້ນກັບສູນກາງ ແລະ ເຊື່ອມຕໍ່ກັບຕາແສງ, ເຂດພິເສດ 3.321 ແຫ່ງໃນທົ່ວປະເທດ.

ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ນີ້ແມ່ນກອງປະຊຸມລັດຖະບານຄັ້ງທຳອິດພາຍຫຼັງ ພ້ອມກັນປະຕິບັດຮູບແບບເຄື່ອນໄຫວກົງຈັກອຳນາດການປົກຄອງທ້ອງຖິ່ນສອງຂັ້ນ ນັບແຕ່ວັນທີ 1 ກໍລະກົດ. ດັ່ງນັ້ນ, ບັນດາທ້ອງຖິ່ນຕ້ອງນຳກົງຈັກອຳນາດການປົກຄອງທຸກຂັ້ນເຂົ້າເຄື່ອນໄຫວເປັນປົກກະຕິ, ສຸມໃສ່ເຂົ້າໃນການພັດທະນາເສດຖະກິດສັງຄົມ.

ກ່ຽວກັບສະພາບການພັດທະນາເສດຖະກິດສັງຄົມເດືອນມິຖຸນາ ແລະ 6 ເດືອນຕົ້ນປີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງເນັ້ນໜັກເຖິງວ່າປະສົບກັບສິ່ງທ້າທາຍໃຫຍ່, ພິເສດແມ່ນບັນດາການຜັນແປຍາກທີ່ຈະຄາດຄະເນລ່ວງໜ້າໄດ້ຈາກສະພາບການພາຍນອກ, ແຕ່ ຫວຽດນາມ ຍັງຮັກສາໄດ້ເສດຖະກິດມະຫາພາກເປັນປົກກະຕິ, ບັນດາຄວາມດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ, ສະພາບການເສດຖະກິດ - ສັງຄົມພັດທະນາຢ່າງຕັ້ງໜ້າ.

ກ່ຽວກັບທິດທາງພັດທະນາເສດຖະກິດສັງຄົມໃນ 6 ເດືອນທ້າຍປີ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ບັນດາກະຊວງ, ຂະແໜງການ, ທ້ອງຖິນ່ຕ້ອງພະຍາຍາມເພື່ອບັນລຸໄດ້ເປົ້າໝາຍການເຕີບໂຕຢູ່ລະດັບ 8%ຂຶ້ນໄປໃນປີນີ້, ໃນນັ້ນໃຫ້ບຸລິມະສິດໃນສະເພາະໜ້າແມ່ນປະຕິບັດຮູບແບບເຄື່ອນໄຫວອຳນາດການປົກຄອງທ້ອງຖິ່ນສອງຂັ້ນຢ່າງລຸລ່ວງ ເພື່ອພັດທະນາເປັນປົກກະຕິ.

ພວກເຮົາສຸມໃສ່ຊີ້ນຳນຳພາການປະຕິບັດຮູບແບບເຄື່ອນໄຫວອຳນາດການປົກຄອງສອງຂັ້ນໃຫ້ລຸລ່ວງ ພິເສດບໍ່ປະໃຫ້ປະຊາຊົນວິສາຫະກິດ ບໍ່ໄດ້ຮັບການແກ້ໄຂບັນດາລະບຽບການບໍລິຫານ ຫຼື ປະຕິບັດລະບຽບການບໍລິຫານທີ່ແກ່ຍາວ. ພວກເຮົາຍັງຮັບປະກັນປະຕິບັດບັນດາໂຄງການເປົ້າໝາຍ, ບັນດາໂຄງການໃຫຍ່, ບັນດາໂຄງການຂອງທຸກຂັ້ນໃນເມື່ອກ່ອນ.


top