ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ເດີນ​ທາງ​ຮອດ ປາ​ຣີ, ສືບ​ຕໍ່​ບັນ​ດາ​ການ​ເຄື່ອນ​ໄຫວ​ຢູ່ ຝ​ລັ່ງ

ຕອນເຊົ້າວັນທີ 10 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ພັນລະນາ ໄດ້ເດີນທາງໄປຮອດນະຄອນຫຼວງ ປາຣີ, ສືບຕໍ່ບັນດາການເຄື່ອນໄຫວສອງຝ່າຍຢູ່ ສ.ຝລັ່ງ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ແລະ ພັນລະຍາ ເດີນທາງໄປຮອດສະໜາມບິນ Orly (ພາບ: TTXVN)

ອອກຕ້ອນຮັບທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່ສະໜາມບິນ Orly, ນະຄອນຫຼວງ ປາຣີ, ມີບັນດາຜູ້ມີຄວາມຮັບຜິດຊອບຂອງລັດຖະບານ ຝລັ່ງ, ພະນັກງານ, ພາລະກອນສະຖານທູດ ຫວຽດນາມ ແລະ ຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ປະຈຳ ຝລັ່ງ.

ກ່ອນໜ້ານັ້ນ, ວັນທີ 09 ມິຖຸນາ, ໃນຂອບເຂດເຂົ້າຮ່ວມກອງປະຊຸມສຸດຍອດຄັ້ງທີ 3 ຂອງ ສປຊ ກ່ຽວກັບມະຫາສະໝຸດ ຢູ່ Nice (ຝລັ່ງ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານປະທານາທິບໍດີ ເປຣູ Dina Boluarte ແລະ ທ່ານນາຍົກລັດຖະມົນຕີ ປອກຕຸຍການ  Luis Montenegro.

 


top