ຂະແໜງອຸດສາຫະກຳ ແລະ ການຄ້າ ຕ້ອງປະຕິບັດ “ນຳໜ້າໃນ 6 ປະການ” ປະກອບສ່ວນນຳປະເທດປະຕິບັດສຳເລັດເປົ້າໝາຍເຕີບໂຕສູງກວ່າ 2 ຕົວເລກ.
ກອງປະຊຸມສະຫຼຸບວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2025, ໄລຍະ 2021 – 2025
ນີ້ແມ່ນຄຳຮຽກຮ້ອງ ໂດຍທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ຍົກອອກມາໃນກອງປະຊຸມສະຫຼຸບວຽກງານຂະແໜງອຸດສາຫະກຳ ແລະ ການຄ້າ ປີ 2025, ໄລຍະ 2021 – 2025, ແລະ ຜັນຂະຫຍາຍໜ້າທີ່ຈຸດສຸມໃນປີ 2026 ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 19 ທັນວາ, ຢູ່ຮ່າໂນ້ຍ. ນະທີ່ນີ້,, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງວ່າ:
“ທີໜຶ່ງແມ່ນນຳໜ້າໃນການຫັນປະເທດເປັນອຸດສາຫະກຳ ແລະ ທັນສະໄໝ. ທີສອງແມ່ນ ນຳໜ້າໃນການພັດທະນາໄວ, ຍືນຍົງ, ຫັນເປັນດີຈີຕອນ ແລະ ຫັນເປັນສີຂຽວ. ທີສາມແມ່ນ,ນຳໜ້າໃນການຫັນຕະຫຼາດ, ຜະລິດຕະພັນ ແລະ ລະບົບສະໜອງເປັນຫຼາຍຮູບຫຼາຍແບບ. ທີສີ່ແມ່ນ, ນຳໜ້າໃນການຕໍ່ສູ້ກັບປະກົດການຟຸມເຟືອຍ, ຫຍໍ້ທໍ້, ສໍ້ລາດບັງຫຼວງ ແລະ ພິເສດແມ່ນສິນຄ້າປອມ, ການຄ້າຂາຍເຖື່ອນ, ສໍ້ໂກງການຄ້າ. ທີຫ້າແມ່ນ ນຳໜ້າໃນການສ້າງຖັນແຖວພະນັກງານປອດໃສ, ໝັ້ນຄົງເຂັ້ມແຂງ, ທັງມີຄຸນສົມບັດສິນທຳປະຕິວັດ, ທັງມີຄວາມເກັ່ງກ້າສາມາດດ້ານວິຊາສະເພາະ. ທີຫົກແມ່ນ ນຳໜ້າໃນການຈັດແບ່ງຂັ້ນ, ແບ່ງສິດ, ຫຼຸດຜ່ອນລະບຽບການບໍລິຫານ”.