ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮັບ​ປະ​ກັນ​ຄວາມ​ກົມ​ກຽວ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລັດ ແລະ ​ເສດ​ຖະ​ກິດ​ເອ​ກະ​ຊົນ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຮັບ​ປະ​ກັນ​ຄວາມ​ກົມ​ກຽວ​ລະ​ຫວ່າງ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ​ລັດ ແລະ ​ເສດ​ຖະ​ກິດ​ເອ​ກະ​ຊົນ
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VOV)

ຕອນເຊົ້າວັນທີ 1 ກຸມພາ, ຢູ່ສຳນັກງານລັດຖະບານ (ຮ່າໂນ້ຍ), ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດຜັນຂະຫຍາຍມະຕິເລກທີ 79 ຂອງກົມການເມືອງ ກ່ຽວກັບການພັດທະນາເສດຖະກິດລັດ, ເປັນປະທານກອງປະຊຸມຄັ້ງທີໜຶ່ງຂອງຄະນະຊີ້ນຳ.

ທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຊີ້ແຈ້ງວ່າ ໃນມະຕິເລກທີ 79, ຄັ້ງທອິດເນື້ອໃນເສດຖະກິດລັດ ໄດ້ກຳນົດຢ່າງລະອຽດ ແລະ ຮອບດ້ານ. ຕາມນັ້ນແລ້ວ, ພື້ນຖານລວມມີບັນດາແຫຼ່ງກຳລັງໂດຍລັດກຳມະສິດ, ຄວບຄຸມ ແລະ ຄອບງຳ. ກ່ຽວກັບການສ້າງຮ່າງມະຕິຂອງສະພາແຫ່ງຊາດກ່ຽວກັບກົນໄກຈຳນວນໜຶ່ງ, ນະໂຍບາຍພິເສດ ໃນການພັດທະນາເສດຖະກິດແຫ່ງລັດ, ຮ່າງມະຕິຂອງລັດຖະບານໄດ້ປະກາດໃຊ້ແຜນການກະທຳຂອງລັດຖະບານໃນການປະຕິບັດມະຕິເລກທີ 79.

ທ່ານນາຍົກລັດຖະມົນຕີ ຮຽກຮ້ອງບັນດາກະຊວງ, ອົງການເສີມຂະຫຍາຍຈິດໃຈປ່ຽນແປງໃໝ່, ມີການກະທຳຂ້ຽວຂາດ, ສຸມໃສ່ລະດັບສູງໃນການປະຕິບັດວຽກງານຊີ້ນຳ, ບໍລິຫານ, ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມຂອງມະຕິເລກທີ 79 ຢ່າງມີປະສິດທິຜົນ, ຖືກຕ້ອງຕາມຄວາມຄືບໜ້າ, ຄຸນນະພາບບັນດາເປົ້າໝາຍ, ໜ້າທີ່ວາງອອກ. 


top