ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ສ້າງ, ປັບ​ປຸງ​ກົດ​ໝາຍ​ໃຫ້​ສົມ​ບູນ​ແບບ ເພື່ອ​ທະ​ລຸ​ວິ​ວັດ​ການ​ພັດ​ທະ​ນາ

ຕອນເຊົ້າວັນທີ 10 ເມສາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມ ຫົວເລື່ອງສະເພາະ ຂອງລັດຖະບານ ກ່ຽວກັບການສ້າງກົດໝາຍ ປະຈຳເດືອນ ເມສາ.
   ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ກອງປະຊຸມ   
ກ່າວຄຳເຫັນໄຂກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເນັ້ນໜັກວ່າ ລັດຖະບານ ຕ້ອງກຳແໜ້ນສະພາບການຕົວຈິງ, ເຄົາລົບພຶດຕິກຳຕົວຈິງ, ເລີ່ມຈາກພຶດຕິກຳຕົວຈິງ, ຖືພຶດຕິກຳຕົວຈິງເປັນໄມ້ວັດແທກ ເພື່ອສ້າງກົດໝາຍ. ໄລຍະຜ່ານມາ, ບັນດາກະຊວງ, ຂະແໜງການໄດ້ເປັນເຈົ້າການສຳຫຼວດກວດຄືນເອກະສານນິຕິກຳ, ຄົ້ນພົບບັນດາຂໍ້ຕິດຂັດ, ບົນພື້ນຖານນັ້ນ ຕ້ອງມີການດັດປັບ, ສ້າງ, ປັບປຸງກົດໝາຍໃຫ້ສົມບູນແບບ ເພື່ອທະລຸວິວັດການພັດທະນາ.

ຄາດວ່າ, ໃນກອງປະຊຸມສະໄໝສາມັນເທື່ອທີ 5 ສະພາແຫ່ງຊາດຫວຽດນາມ ຊຸດທີ XV ຈະມາເຖິງ, ລັດຖະບານ ຈະຍື່ນສະເໜີຕໍ່ສະພາແຫ່ງຊາດ ພິຈາລະນາ, ປະກອບຄຳເຫັນ, ຮັບຮອງເອົາຮ່າງກົດໝາຍ, ລັດຖະບັນຍັດ 18 ສະບັບ.


top