ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ປະ​ຊຸມ​ກັບ​ສະ​ພາ​ໃຫ້​ຄຳປຶກ​ສາ​​ດ້ານນະ​ໂຍ​ບາຍ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ບັນ​ດາ​ສິ່ງ​ທ້າ​ທາຍ​ໃນ​ປັດ​ຈຸ​ບັນ

ຕອນບ່າຍວັນທີ 7 ມີນາ, ຢູ່ສຳນັກງານລັດຖະບານ, ທີ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເປັນປະທານກອງປະຊຸມກັບສະພາໃຫ້ຄຳປຶກສາດ້ານນະໂຍບາຍ, ປຶກສາຫາລືກ່ຽວກັບສະພາບການເສດຖະກິດ, ສັງຄົມເດືອນກຸມພາ ແລະ 2 ເດືອນຕົ້ນປີ 2026.
  ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ  

ໃນກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກວ່າ ຕ້ອງຢຶດໝັ້ນກັບເປົ້າໝາຍຮັກສາສະຖຽນລະພາບທາງດ້ານເສດຖະກິດມະຫາພາກ, ຄວບຄຸມໄພເງິນເຟີ້ ແລະ ຊຸກຍູ້ການເຕີບໂຕແຕ່ 10%, ຮັບປະກັນບັນດາດຸ່ນດ່ຽງໃຫຍ່ຂອງພື້ນຖານເສດຖະກິດ. ຕາມທ່ານນາຍົກລັດຖະມົນຕີແລ້ວ, ຕ້ອງຕີລາຄາຖືກຕ້ອງຄຸນທາດຂອງບັນດາການຜັນແປໃນປັດຈຸບັນຂອງໂລກ, ສົ່ງຜົນກະທົບຕໍ່ບັນຫາໃຫຍ່, ເຊັ່ນ: ພະລັງງານ; ບໍລິຫານເສດຖະກິດມະຫາພາກ; ການຜະລິດດຳເນີນທຸລະກິດ, ສ້າງວິທີຫາເງິນລ້ຽງຊີບຂອງປະຊາຊົນ; ສາຍພົວພັນກັບບັນດາປະເທດໃຫຍ່; logistics. ຈາກນັ້ນ, ກຳແໜ້ນການຜັນແປສະພາບການ, ປະຕິກິລິຍານະໂຍບາຍເປັນເຈົ້າການ, ມີໄຫວພິບ, ທັນການ, ມີປະສິດທິຜົນ.

        ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ສືບຕໍ່ສ້າງ ແລະ ປັບປຸງລະບອບລະບຽບການສ້າງສັນ, ສົ່ງເສີມນະວັດຕະກຳ; ຫຼຸດຜ່ອນຕົ້ນທຶນໃຫ້ແກ່ປະຊາຊົນ, ວິສາຫະກິດ, ເພີ່ມກຳລັງແກ້ງແຍ້ງຂອງວິສາຫະກິດ, ຜະລິດຕະພັນ ແລະ ພື້ນຖານເສດຖະກິດ. ຍູ້ແຮງການພັດທະນາວິທະຍາສາດເຕັກໂນໂລຢີ, ສຸມໃສ່ການພັດທະນາປັນຍາປະດິດ.


top