“ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາກະຊວງຂະແໜງການ ປະຕິບັດຄຳຊີ້ນຳຂອງຄະນະປະຈຳລັດຖະບານ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ບໍ່ປະໃຫ້ຂາດເຂີນນ້ຳມັນໃນບໍ່ວ່າກໍລະນີໃດ. ສືບຕໍ່ຊີ້ນຳມາດຕະການຮັບປະກັນແຫຼ່ງນ້ຳມັນດິບນຳເຂົ້າ..."
ບັນຍາກາດຂອງກອງປະຊຸມ (ພາບ: VOV)
ຕອນຄ່ຳວັນທີ 17 ມີນາ, ຢູ່ສຳນັກງານລັດຖະບານ, ເມື່ອເປັນປະທານກອງປະຊຸມກັບໜ່ວຍປະຕິບັດງານຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ປຶກສາຫາລືບັນດາມາດຕະການເພື່ອຮັບປະກັນແຫຼ່ງສະໜອງພະລັງງານ, ຮັກສາລາຄານ້ຳມັນໃຫ້ເປັນປົກກະຕິນັ້ນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ສະເໜີໃຫ້ຮັກສາທິດນຳທີ່ວ່າ: “ກຳແໜ້ນສະພາບການ, ມີປະຕິກິລິຍາຢ່າງມີໄຫວພິບ, ເຄື່ອນໄຫວຢ່າງທັນການ, ມີປະສິດທິຜົນຢ່າງຈະແຈ້ງ”; ດ້ວຍເປົ້າໝາຍບໍ່ປະໃຫ້ຂາດເຂີນພະລັງງານຮັບໃຊ້ການຜະລິດ, ດຳເນີນທຸລະກິດ, ການບໍລິໂພກຂອງປະຊາຊົນ; ບໍ່ປະໃຫ້ລະບົບຜະລິດ, ສະໜອງນ້ຳມັນ, ເຊື້ອເພີງຖືກຂາດວັກຂາດຕອນ. ທ່ານກ່າວວ່າ:
“ກະຊວງອຸດສາຫະກຳ ແລະ ການຄ້າ ພ້ອມດ້ວຍບັນດາກະຊວງຂະແໜງການ ປະຕິບັດຄຳຊີ້ນຳຂອງຄະນະປະຈຳລັດຖະບານ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານ, ບໍ່ປະໃຫ້ຂາດເຂີນນ້ຳມັນໃນບໍ່ວ່າກໍລະນີໃດ. ສືບຕໍ່ຊີ້ນຳມາດຕະການຮັບປະກັນແຫຼ່ງນ້ຳມັນດິບນຳເຂົ້າ. EVN ແລະ ບັນດາຫົວໜ່ວຍທີ່ກ່ຽວຂ້ອງຕ້ອງຮັກສາການເຄື່ອນໄຫວບັນດາໂຮງງານກັ່ນຕອງນ້ຳມັນໃຫ້ປອດໄພ, ມີສະຖຽນລະພາບ, ຂຸດຄົ້ນກຳລັງແຮງປຸງແຕ່ງຢ່າງມີປະສິດທິຜົນທີ່ສຸດ, ຮັບປະກັນແຫຼ່ງສະໜອງນ້ຳມັນໃຫ້ແກ່ການຜະລິດຢູ່ພາຍໃນປະເທດ, ໃຫ້ແກ່ການຜະລິດດຳເນີນທຸລະກິດ. ກະຊວງການເງິນຕ້ອງສົມທົບກັບກະຊວງອຸດສາຫະກຳ ແລະ ການຄ້າຕິດຕາມລາຄານ້ຳມັນຢ່າງໃກ້ຊິດ, ແກ້ໄຂບັນດາກໍລະນີສະສົມນ້ຳມັນ, ຂາຍບຸບລາຄາ, ຄ້າຂາຍເຖື່ອນ, ເຮັດໃຫ້ລາຄາເໜັງຕິງບໍ່ຖືກຕ້ອງກັບສະພາບການ ຢ່າງເຖິງຖອງ.”