ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຍົກ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ບັນ​ດາ​ການ​ກຳ​ນົດ​ທິດ​ພັດ​ທະ​ນາ​ປະ​ຊາ​ຄົມ ອາ​ຊຽນ

ທີ່ການພົບປະສົນທະນາກັບ ຜູ້ຕາງໜ້າ AIPA, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍົກໃຫ້ເຫັນຢ່າງຈະແຈ້ງ ສາມ ກຳນົດທິດເພື່ອເພີ່ມທະວີປະສິດທິຜົນໃນການສົມທົບກັນລະຫວ່າງອົງການນິຕິບັນຍັດ ແລະ ອົງການບໍລິຫານ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມການພົບປະສົນທະນາ ລະຫວ່າງ ການນຳອາຊຽນ ກັບ ຊາວໜຸ່ມ ອາຊຽນ (ພາບ: TTXVN)

ໂດຍສືບຕໍ່ບັນດາການເຄື່ອນໄຫວຢູ່ Labuan Bajo, ອິນໂດເນເຊຍ, ວັນທີ 10 ພຶດສະພາ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພ້ອມກັບການນຳບັນດາປະເທດເຂົ້າຮ່ວມການສົນທະນາກັບຜູ້ຕາງໜ້າສະມັດຊາລັດຖະສະພາລະຫວ່າງຊາດ ອາຊຽນ (AIPA), ຊາວໜຸ່ມ, ສະພາໃຫ້ຄຳປຶກສາໃນການດຳເນີນທຸລະກິດ ອາຊຽນ (ABAC) ແລະ ກຸ່ມຮັບຜິດຊອບລະດັບສູງ (HLTF) ກ່ຽວກັບວິໄສທັດປະຊາຄົມ ອາຊຽນ ພາຍຫຼັງປີ 2025.

ທີ່ການພົບປະສົນທະນາກັບ ຜູ້ຕາງໜ້າ AIPA, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຍົກໃຫ້ເຫັນຢ່າງຈະແຈ້ງ ສາມ ກຳນົດທິດເພື່ອເພີ່ມທະວີປະສິດທິຜົນໃນການສົມທົບກັນລະຫວ່າງອົງການນິຕິບັນຍັດ ແລະ ອົງການບໍລິຫານ, ລວມມີ: ທີໜຶ່ງ ເພີ່ມທະວີການສົມທົບກັນເພື່ອປະຕິບັດສຳເລັດລະບອບລະບຽບການ, ສ້າງລະບົບກົດໝາຍໃຫ້ກົມກຽວເພື່ອແກ້ໄຂບັນດາຮົ້ວກີດຂວາງ. ທີສອງ, ສຳຫຼວດກວດຄືນ, ເພີ່ມທະວີບັນດາກອບນິຕິກຳສ້າງຄວາມສະດວກໃຫ້ແກ່ການເຄື່ອນຍ້າຍແຮງງານພາຍໃນກຸ່ມ. ທີສາມ, AIPA ຄວນສືບຕໍ່ມີຄວາມສາມັກຄີກັນ, ສົມທົນກັນຢ່າງແໜ້ນແຟ້ນ ພ້ອມກັບອາຊຽນ ໃນການປະຕິບັດການປົກປ້ອງ, ຍົກສູງບັນດາຫຼັກການ ແລະ ຫຼັກໝັ້ນລວມຂອງ ອາຊຽນ.

ທີ່ການພົບປະສົນທະນາກັບຊາວໜຸ່ມ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສົ່ງເສີມຊາວໜຸ່ມເຂົ້າຮ່ວມການແກ້ໄຂບັນດາບັນຫາສັງຄົມ, ນຳໜ້າໃນບັນດາການເຄື່ອນໄຫວອາສາສະໝັກ.

ແລກປ່ຽນກັບ ABAC, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກອອກການກຳນົດທິດ 3 ພ້ອມກັນເພື່ອສ້າງບາດກ້າວກະໂດດຂັ້ນໃຫ້ແກ່ປະຊາຄົມເສດຖະກິດ ອາຊຽນ, ນັ້ນແມ່ນ, ພ້ອມກັນປະຕິບັດສຳເລັດລະບອບລະບຽບການ, ພ້ອມກັນພັດທະນາພື້ນຖານໂຄງລ່າງຍຸດທະສາດ ແລະ ພ້ອມກັນສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ, ເປັນຕົ້ນແມ່ນການຫັນປ່ຽນສູ່ດີຈີຕອນ, ຫັນເປັນສີຂຽວ, ເຕັກໂນໂລຢີສູງ.

ໂດຍຢັ້ງຢືນຄວາມມານະພະຍາຍາມຂອງ ກຸ່ມ HLTF, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຖືວ່າ ກຸ່ມຕ້ອງມີຈິນຕະນາການບຸກທະລຸ, ດ້ວຍວິທີການສຳຜັດທີ່ມີຫົວຄິດປະດິດສ້າງ, ມີຄວາມໄຫວພິບ, ຈາກນັ້ນ ວາງອອກການກຳນົດທິດຍຸດທະສາດໃຫ້ແກ່ອາຊຽນ ພັດທະນາຮອດປີ 2045


top