ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຍູ້​ແຮງວຽກ​ງານ​ສ້າງ​ລ​ະ​ບອບ​ລະ​ບຽບ​ການ​ໃຫ້​ສົມ​ບູນ​ແບບ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງກະຊວງ ແລະ ຂະແໜງຍຸຕິທຳ ສຸມໃສ່ເຊື່ອມຕໍ່ລະບອບລະບຽບການທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນ, ແຫຼ່ງກຳລັງ, ພື້ນຖານອັນໝັ້ນແກ່ນ ໃຫ້ແກ່ການພັດທະນາຂອງປະເທດຊາດ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ພິທີ (ພາບ: VOV)

ເນື່ອງໃນໂອກາດເຂົ້າຮ່ວມພິທີສະເຫຼີມສະຫຼອງ 80 ປີແຫ່ງວັນມູນເຊື້ອຂະແໜງຍຸຕິທຳ ຫວຽດນາມ (28/8/1945 - 28/8/2025) ແລະ ກອງປະຊຸມແຂ່ງຂັນຮັກຊາດ ຂະແໜງຍຸຕິທຳ ຄັ້ງທີ VI, ຕອນເຊົ້າວັນທີ 25 ສິງຫາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຮຽກຮ້ອງກະຊວງ ແລະ ຂະແໜງຍຸຕິທຳ ສຸມໃສ່ເຊື່ອມຕໍ່ລະບອບລະບຽບການທັງແມ່ນເປົ້າໝາຍ, ທັງແມ່ນກຳລັງໜູນ, ແຫຼ່ງກຳລັງ, ພື້ນຖານອັນໝັ້ນແກ່ນ ໃຫ້ແກ່ການພັດທະນາຂອງປະເທດຊາດ. ລະບອບລະບຽບຕ້ອງກ້າວເດີນກ່ອນ, ເປີດເສັ້ນທາງໃຫ້ແກ່ການບຸກລະລຸພັດທະນາ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນຢ່າງສຸດຂີດ, ທ່າໄດ້ປ່ຽບ, ກຳລັງປະດິດຄິດສ້າງ, ຕອບສະໜອງຄວາມຮຽກຮ້ອງຕ້ອງການຍູ້ແຮງການຫັນປະເທດຊາດເປັນອຸດສາຫະກຳ, ທັນສະໄໝ ແລະ ການເຊື່ອມໂຍງເຂົ້າກັບສາກົນ.

ຂ້າພະເຈົ້າຮຽກຮ້ອງຂະແໜງຍຸຕິທຳສຸມໃສ່ປະຕິບັດ 5 ນຳໜ້າ. ນຳໜ້າໃນການຍູ້ແຮງປະຕິບັດສຳເລັດລະບອບລະບຽບການຢ່າງຮອບດ້ານ, ຍູ້ແຮງຄວາມຄືບໜ້າ, ຍົກສູງຄຸນນະພາບສ້າງກົດໝາຍ. ນຳໜ້າໃນການແກ້ໄຂຄວາມຫຍຸ້ງຍາກ, ຂໍ້ຕິດຂັດໃນການກຳນົດກົດໝາຍຈາກຄວາມຮຽກຮ້ອງຕົວຈິງ. ນຳໜ້າໃນການສຳຫຼວດກວດຫັນເປັນລະບົບ ແລະ ປັບປຸງກົດໝາຍ. ນຳໜ້າໃນການແບ່ງຂັ້ນ, ແບ່ງອຳນາດສ້າງ ແລະ ຈັດຕັ້ງການປະຕິບັດກົດໝາຍ.ນຳໜ້າໃນການເຜີຍແຜ່ ແລະ ສຶກສາກົດໝາຍ.


top