ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ຊອ​ກ​ຫາ​ໄມ້​ງັດ​​ຊຸກ​ຍູ້, ບ​ອ​ນ​ອີ່ງ​ເພື່ອ​ໃຫ້​ແຂວງ​ທ້າຍ​ບິ່ງ​ເພີ່ມ​ທະ​ວີ​ຄວາມ​ໄວ, ບຸກ​ທະ​ລຸ​ໃນ​ໄລ​ຍະ​ຈະ​ມາ​ເຖິງ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ການເຮັດວຽກ (ພາບ: TTXVN)

ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ທ້າຍບິ່ງ, ກ່າວຄຳເຫັນທີ່ການເຮັດວຽກກັບການນຳແຂວງ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເນັ້ນໜັກວ່າ ທາງແຂວງຕ້ອງພັດທະນາບັນດາພື້ນຖານໂຄງລ່າງຍຸດທະສາດ, ລວມມີ ພື້ນຖານໂຄງລ່າງເສດຖະກິດ, ພື້ນຖານໂຄງລ່າງສັງຄົມ, ພິເສດແມ່ນພື້ນຖານໂຄງລ່າງຄົມມະນາຄົມເພື່ອຮັບໃຊ້ການພັດທະນາເສດຖະກິດແຂວງທ້າຍບິ່ງ ກັບບັນດາແຂວງ, ນະຄອນໃນຂົງເຂດ.

ທ່ານນາຍົກລັດຖະມົນຕີ ຕັກເຕືອນແຂວງທ້າຍບິ່ງຕ້ອງຄົ້ນຄ້ວາ, ຂຸດຄົ້ນທີ່ດິນຢ່າງມີປະສິດທິຜົນ, ເຮັດໃຫ້ໃໝ່ບັນດາກຳລັງໜູນເຕີບໂຕທີ່ມີຢູ່ແລ້ວ (ການລົງທຶນ, ການສົ່ງອອກ, ບໍລິໂພກ) ແລະ ຊຸກຍູ້ບັນດາແຫຼ່ງກຳລັງໜູນເຕີບໂຕໃໝ່, ຫັນຕະຫຼາດເປັນຫຼາຍຮູບແບບ, ຜະລິດຕະພັນ ແລະ ລະບົບສະໜອງ.

ທ່ານນາຍົກລັດຖະມົນຕີ ກໍ່ຮຽກຮ້ອງແຂວງ ທ້າຍບິ່ງຕ້ອງຮີບເຮັ່ງສ້າງແຜນການກ່ຽວກັບທະເລຢູ່ທ້າຍບິ່ງ ແລະ ເຂດເສດຖະກິດແຄມທະເລ, ສ້າງໂຮງໝໍ ແລະ ມະຫາວິທະຍາໄລແພດສາດອັດສະລິຍະ, ສ້າງເສັ້ນທາງທີ່ມີຂອບຂະໜາດໃຫຍ່ ເຊື່ອມຕໍ່ໃຈກາງຮຶງອຽນກັບໃຈກາງທ້າຍບິ່ງ ເພື່ອເຊື່ອມຕໍ່ພາຍໃນແຂວງ ແລະ ທົ່ວເຂດ, ທົ່ວປະເທດ.


top