ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ ກອງປະຊຸມ (ພາບ: VOV)
ຕອນບ່າຍວັນທີ 12 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບຂໍ້ມູນ ເປັນປະທານກອງປະຊຸມຄັ້ງທີ 1 ຂອງຄະນະຊີ້ນຳ. ກອງປະຊຸມໄດ້ຈັດຂຶ້ນແບບເຊິ່ງໜ້າຢູ່ສຳນັກງານລັດຖະບານ ຢູ່ນະຄອນຫຼວງຮ່າໂນ້ຍ ແລະ ເຊື່ອມຕໍ່ກັບສະຖານທີ່ເຊື່ອມຕໍ່ 34 ແຂວງ, ນະຄອນໃນທົ່ວປະເທດ.
ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຖືວ່າທຸກກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການ, ຫົວໜ່ວຍ, ສ່ວນບຸກຄົນຕ້ອງສ້າງຖານຂໍ້ມູນ. ເພື່ອຫັນເປົ້າໝາຍການເຕີບໂຕບັນລຸລະດັບ 10%ໃຫ້ປະກົດຜົນເປັນຈິງ, ທ່ານນາຍົກລັດຖະມົນຕີ ຖືວ່າ ບໍ່ພຽງແຕ່ອີງຕາມບັນດາກຳລັງໜູນເຕີບໂຕແບບເກົ່າທີ່ພວມຄ່ອຍໆຮອດລະດັບກຳນົດເທົ່ານັ້ນ ຫາກຍັງຕ້ອງ ຂຸດຄົ້ນປະສິດທິຜົນຂອງບັນດາກຳລັງໜູນເຕີບໂຕໃຫຍ່ຢ່າງສຸດຂີດອີກດ້ວຍ ຄືເສດຖະກິດດີຈີຕອນ, ເສດຖະກິດສີຂຽວ, ເສດຖະກິດໝູນວຽນ. ທ່ານໃຫ້ຮູ້ວ່າ:
ບຸກທະລຸກ່ຽວກັບລະບອບຂໍ້ມູນ, ບຸກທະລຸກ່ຽວກັບພື້ນຖານໂຄງລ່າງຂໍ້ມູນຕິດພັນກັບປັນຍາປະດິດເປັນເຈົ້າຕົນເອງ, ບຸກທະລຸກ່ຽວກັບຊັບພະຍາກອນມະນຸດຂໍ້ມູນ, ບຸກທະລຸກ່ຽວກັບການພັດທະນາຖານຂໍ້ມູນແຫ່ງຊາດ, ວິຊາການ, ບຸກທະລຸກ່ຽວກັບການພັດທະນາລະບົບນິເວດຂໍ້ມູນ ແລະ ເສດຖະກິດຂໍ້ມູນ.