ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ: ກະ​ຊວງ​ການ​ຕ່າງ​ປະ​ເທດ​ເສີມ​ຂະ​ຫຍາຍ​ບົດ​ບາດ​ນຳ​ໜ້າ​ໃນ​ການ​ຜັນ​ຂະ​ຫຍາຍ​ແນວ​ທາງ​ການ​ຕ່າງ​ປະ​ເທດ​ເອ​ກະ​ລາດ, ເປັນ​ເຈົ້າ​ຕົນ​ເອງ

ອົງຄະນະພັກກະຊວງການຕ່າງປະເທດ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າ, ມີຄວາມສຳຄັນ, ເປັນປະຈຳຂອງການພົວພັນຕ່າງປະເທດໃນການສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ.

ດ້ວຍຫົວຂໍ້ “ສາມັກຄີ, ປ່ຽນແປງໃໝ່, ບຸກທະລຸ, ມີຄວາມຮັບຜິດຊອບ, ມີລະບຽບວິໄນ”, ກອງປະຊຸມໃຫຍ່ຜູ້ແທນຄັ້ງທີ I, ອົງຄະນະພັກກະຊວງການຕ່າງປະເທດ ຫວຽດນາມ ໄດ້ໄຂຂຶ້ນໃນຕອນເຊົ້າວັນທີ 15 ກໍລະກົດ, ຢູ່ຮ່າໂນ້ຍ. ເມື່ອກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ສະເໜີວ່າ: ອະຍຸການຕໍ່ໄປ (2025 – 2030), ອົງຄະນະພັກກະຊວງການຕ່າງປະເທດ ຫວຽດນາມ ສືບຕໍ່ເສີມຂະຫຍາຍບົດບາດນຳໜ້າ, ມີຄວາມສຳຄັນ, ເປັນປະຈຳຂອງການພົວພັນຕ່າງປະເທດໃນການສ້າງ ແລະ ຮັກສາສະພາບແວດລ້ອມແຫ່ງສັນຕິພາບ, ສະຖຽນລະພາບ:

“ພວກເຮົາຕ້ອງນຳໜ້າ, ເປັນແກ່ນສານ, ຕັ້ງໜ້າ ໃນການຜັນຂະຫຍາຍແນວທາງການຕ່າງປະເທດເອກະລາດ, ເປັນເຈົ້າຕົນເອງ ແຕ່ “ຫັນເປັນຫຼາຍຮູບຫຼາຍແບບ, ຫຼາຍຝ່າຍ”; ເປັນເພື່ອນທີ່ດີ, ຄູ່ຮ່ວມມືທີ່ໜ້າໄວ້ເນື້ອເຊື່ອໃຈສຳລັບທຸກປະເທດໃນໂລກ; ເປັນສະມາຊິກທີ່ມີຄວາມຮັບຜິດຊອບກັບປະຊາຄົມສາກົນ, ເພື່ອເປົ້າໝາຍສັນຕິພາບ, ການຮ່ວມມື, ພັດທະນາ; ເຮັດໃຫ້ທິດນຳ “ເອົາສິ່ງບໍ່ປ່ຽນແປງຮັບມືກັບສິ່ງປ່ຽນແປງ” ໃນການພົວພັນຕ່າງປະເທດເລິກເຊິ່ງຂຶ້ນຕື່ມ. ພວກເຮົາຕ້ອງປະກອບສ່ວນເຂົ້າໃນແນວຮົບການພົວພັນຕ່າງປະເທດ. ການພົວພັນຕ່າງປະເທດແມ່ນແນວຮົບໜຶ່ງ, ພະນັກງານການທູດແຕ່ລະຄົນ ຕ້ອງເປັນນັກຮົບນຳໜ້າໃນແນວຮົບພົວພັນຕ່າງປະເທດນັ້ນ”.

ກອງປະຊຸມໃຫຍ່ໄດ້ວາງອອກບັນດາໜ້າທີ່ຈຸດສຸມ, ເຊັ່ນ: ຜັນຂະຫຍາຍບັນດາກິດຈະກຳພົວພັນຕ່າງປະເທດໃນ 3 ເສົາຄ້ຳ: ການເມືອງ, ເສດຖະກິດ, ວັດທະນະທຳ ຢ່າງຄົບຊຸດ, ຮອບດ້ານ ແລະ ມີປະສິດທິຜົນ; ຊຸກຍູ້ການພົວພັນກັບບັນດາຄູ່ຮ່ວມມືເຂົ້າສູ່ລວງເລິກ, ມີສະຖຽນລະພາບ, ແທດຈິງ, ຍື່ນຍົງຍາວນານ.


top