ຂ່າວສານ

ນາ​ຍົກ​ລັດ​ຖະ​ມົນ​ຕີ ຕົກ​ລົງ​ຊື້​ວັກ​ຊິນ​ Pfizer ຈຳ​ນວນ 21,9 ລ້ານ​ໂດ​ສ ໃຫ້​ແກ່​ເດັກ​ໃນ​ເ​ກັ່ນອາ​ຍຸ​ແຕ່ 5 ຫາ 11 ປີ

ລັດຖະບານ ຫວຽດນາມ ໄດ້ຕົກລົງເຫັນດີຊື້ວັກຊິນກັນພະຍາດໂຄວິດ - 19 ຈຳນວນ 21,9 ລ້ານໂດສ ຈາກ Pfizer ໃຫ້ແກ່ເດັກໃນເກັ່ນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ.
(ພາບປະກອບ: TTXVN)

ນາຍົກລັດຖະມົນຕີ ຫວຽດນາມ ຫາກໍອອກມະຕິວ່າດ້ວຍການຊື້ວັກຊິນກັນພະຍາດໂຄວິດ - 19 ຈາກ Pfizer ໃຫ້ແກ່ເດັກໃນເກັ່ນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ. ຕາມນັ້ນແລ້ວ, ລັດຖະບານ ຫວຽດນາມ ໄດ້ຕົກລົງເຫັນດີຊື້ວັກຊິນກັນພະຍາດໂຄວິດ - 19 ຈຳນວນ 21,9 ລ້ານໂດສ ຈາກ Pfizer ໃຫ້ແກ່ເດັກໃນເກັ່ນອາຍຸແຕ່ 5 ຫາ ຕ່ຳກວ່າ 12 ປີ.

     ລັດຖະບານ ໄດ້ມອບໃຫ້ກະຊວງສາທາລະນະສຸກ ຮັບຜິດຊອບຈັດຕັ້ງປະຕິບັດການສັ່ງຊື້ ແລະ ຜັນຂະຫຍາຍການສັກວັກຊິນໃຫ້ຮັບປະກັນຫຼັກການວິທະຍາສາດ, ປອດໄພ ແລະ ມີປະສິດທິຜົນ.

(ແຫຼ່ງຄັດຈາກ VOV)


top