ຂ່າວສານ

ນາ​ຍົກ​ລັດຖະ​ມົນ​ຕີ ເລ​ມິງ​ຮຶງ: ລາວ​ກາຍ​ຂຸດ​ຄົ້ນ​ບັນ​ດາ​ທ່າ​ໄດ້​ປຽບ​ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ 10,5%

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ແຂວງ​ລາວ​ກາຍ ຕ້ອງ​ມີ​ມາດ​ຕະ​ການ​ບຸກ​ທະ​ລຸ​ໃນ​ຈິນ​ຕະ​ນາ​ການ ແລະ ຜັນ​ຂະ​ຫຍາຍ​ການ​ກະ​ທຳ; ຫັນ​ທ່າ​ໄດ້​ປຽບ​ກາຍ​ເປັນ​ມາດ​ຕະ​ການ, ໜ້າ​ທີ່​ລະ​ອຽດ.
  ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ (ພາບ: VNA)  
ຕ​ອນ​ເຊົ້າ​ວັນ​ທີ 14 ກໍ​ລະ​ກົດ, ຢູ່​ແຂວງ ລາວ​ກາຍ, ທີ່​ການ​ເຮັດ​ວຽກ​ກັບ​ຄະ​ນະ​ປະ​ຈຳ​​ພັກ​ແຂວງ ລາວ​ກາຍ ກ່ຽວ​ກັບ​ສະ​ພາບ​ການ​ປະ​ຕິ​ບັດ​ໜ້າ​ທີ່​ການ​ເມືອງ ໄລ​ຍະ 6 ເດືອນ​ຜ່ານ​ມາ, ທິດ​ທາງ, ໜ້າ​ທີ່​ຈຸດ​ສຸມ​ໃນ 6 ເດືອນ​ທ້າຍ​ປີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ແຂວງ​ລາວ​ກາຍ ຕ້ອງ​ມີ​ມາດ​ຕະ​ການ​ບຸກ​ທະ​ລຸ​ໃນ​ຈິນ​ຕະ​ນາ​ການ ແລະ ຜັນ​ຂະ​ຫຍາຍ​ການ​ກະ​ທຳ; ຫັນ​ທ່າ​ໄດ້​ປຽບ​ກາຍ​ເປັນ​ມາດ​ຕະ​ການ, ໜ້າ​ທີ່​ລະ​ອຽດ; ສູ້​ຊົນ​ບັນ​ລຸ​ເປົ້າ​ໝາຍ​ການ​ເຕີບ​ໂຕ​ທັງ​ປີ 2026 ບັນ​ລຸ 10,5 – 11%. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເລ​ມິງ​ຮຶງ ສະ​ເໜີ​ແຂວງ​ລາວ​ກາຍ ປ່ຽນ​ແປງ​ຮູບ​ແບບ​ການ​ເຕີບ​ໂຕ​ອີງ​ຕາມ​ການ​ຍູ້​ແຮງ​ການ​ໝູນ​ໃຊ້​ເຕັກ​ໂນ​ໂລ​ຢີ, ຫັນ​ເປັນ​ດີ​ຈີ​ຕອນ; ຍູ້​ແຮງ​ການ​ຫັນ​ປ່ຽນ​ໂຄງ​ປະ​ກອບ​ເສດ​ຖະ​ກິດ​ໄປສູ່​ບັນ​ດາ​ຂະ​ແໜງ​ເສດ​ຖະ​ກິດ​ກຳ​ລັງ​ໜູນ. ສຸມ​ໃສ່​ພັດ​ທະ​ນາ​ເສດ​ຖະ​ກິດ​ເຂດ​ຊາຍ​ແດນ, ສ້າງ​ສູນ logistics ອັດ​ສະ​ລິ​ຍະ, ທັນ​ສະ​ໄໝ; ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ກາຍ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ​ປາຍ​ແຫຼມ; ພັດ​ທະ​ນາ​ກະ​ສິ​ກຳ​ຊີ​ວະ​ສາດ, ໝູນ​ວຽນ, ພັດ​ທ​ະ​ນາ​ບັນ​ດາ​ຜະ​ລິດ​ຕະ​ພັນຫຼັກ​ແຫຼ່ງ, ຜະ​ລິດ​ຕະ​ພັນ OCOP ຕິດ​ພັນ​ກັບ​ການ​ທ່ອງ​ທ່ຽວ, ການ​ບໍ​ລິ​ການ. ສະ​ເພາະ​ໃນ​ວຽກ​ງານ​ກະ​ກຽມ​ໃຫ້​ສົກ​ຮຽນ​ໃໝ່ປີ 2026 – 2027 ໃຫ້​ເປັນ​ຢ່າງ​ດີ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ທາງ​ແຂວງ​ລາວ​ກາຍ ຮັບ​ປະ​ກັນ​ການ​ກໍ່​ສ້າງ​ສຳ​ເລັດ 4 ໂຮງ​ຮຽນ​ກິນນອນ​ຊົນ​ເຜົ່າຫຼາຍ​ຂັ້ນ​ຄັ້ງ​ທີ 1 ໃນ​ວັນ​ທີ 30 ສິງ​ຫາ.

top