ຂ່າວສານ

ນາຍ​ົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ສະ​ເໜີ​ກຸ່ມ​ບໍ​ລ​ິ​ສັດ ຂວາ​ຕຽນ ລົງ​ທຶນ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ຄວາມ​ໝັ້ນ​ຄົງ​ດ້ານ​ພະ​ລັງ​ງານ​ໃຫ້​ແກ່ ຫວຽດ​ນາມ

ຕອນບ່າຍວັນທີ 14 ພຶດສະພາ, ຢູ່ສຳນັກງານລັດຖະບານ, ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ໄດ້ໃຫ້ການຕ້ອນຮັບທ່ານ ເຂິງເກິງຜິງ, ປະທານສະພາບໍລິຫານບໍລິສັດຈຳກັດ ກຸ່ມບໍລິສັດວິທະຍາສາດເຕັກນິກ ຂວາຕຽນ ຈີນ.
ທ່ານ ຟ້າມມິງຈິງ ນາຍົກລັດຖະມົນຕີ ຫວຽດນາມ ແລະ ທ່ານ ເຂິງເກິງຜິງ, ປະທານສະພາບໍລິຫານບໍລິສັດຈຳກັດ ກຸ່ມບໍລິສັດວິທະຍາສາດເຕັກນິກ ຂວາຕຽນ ຈີນ (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານ ຟ້າມມິງຈິງ  ນາຍົກລັດຖະມົນຕີ ຫວຽດນາມ ຢັ້ງຢືນວ່າ ຫວຽດນາມ ຊົມເຊີຍບັນດາວິສາຫະກິດຕ່າງປະເທດ ແລະ ຈີນ ທີ່ເປີດກວ້າງການລົງທຶນ, ດຳເນີນທຸລະກິດຢູ່ ຫວຽດນາມ, ໂດຍສະເພາະແມ່ນໃນຂົງເຂດທີ່ເໝາະສົມກັບຄວາມຕ້ອງການພັດທະນາແບບຍືນຍົງ, ເໝາະສົມກັບທ່າແຮງຂອງ ຈີນ, ນຳມາເຊິ່ງຜົນປະໂຫຍດຂອງທັງສອງຝ່າຍ ໃນນັ້ນ ມີຂົງເຂດພະລັງງານ.  ທ່ານນາຍົກລັດຖະມົນຕີ ສະເໜີໃຫ້ກຸ່ມບໍລິສັດ ຂວາຕຽນ ລົງທຶນ, ປະກອບສ່ວນຮັບປະກັນຄວາມໝັ້ນຄົງດ້ານພະລັງງານໃຫ້ແກ່ ຫວຽດນາມ, ໃນນັ້ນ ຊ່ວຍກຸ່ມບໍລິສັດໄຟຟ້າ ຫວຽດນາມ ໃນຂົງເຂດວິທະຍາສາດ, ເຕັກນິກຂະແໜງອຸດສາຫະກຳໄຟຟ້າ, ຮັບປະກັນຄວາມໝັ້ນຄົງດ້ານພະລັງງານສະອາດ, ຕອບສະໜອງຄວາມຕ້ອງການພັດທະນາຂອງ ຫວຽດນາມ ໃນໄລຍະຈະມາເຖິງ.

        ທ່ານນາຍົກລັດຖະມົນຕີ ກໍຊົມເຊີຍ ກຸ່ມບໍລິສັດ ທີ່ສືບຕໍ່ລົງທຶນເຂົ້າບັນດາໂຄງການພະລັງງານສີຂຽວ, ເຊັ່ນ: ພະລັງງານແຮງລົມ, ພະລັງງານໄຟຟ້າແສງຕາເວັນ…, ລົງທຶນ, ພັດທະນາການຜະລິດ, ດຳເນີນທຸລະກິດດ້ານການຄ້າ, ຄົ້ນຄວ້າພັດທະນາ.


top