ຂ່າວສານ

ນາຍ​ົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ຕ້ອນ​ຮັບເຈົ້າ​ແຂວງ ແລະ ຄະ​ນະ​ຜູ້​ແທນ, ວິ​ສາ​ຫະ​ກິດ ແຂວງ Yamaguchi, ຍີ່​ປຸ່ນ

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ ຫວຽດນາມ ປະຕິບັດ 3 ບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ; ພ້ອມດຽວກັນນັ້ນ, ກໍ່ຊຸກຍູ້ການແລກປ່ຽນວັດທະນະທຳ, ຮ່ວມມືດ້ານແຮງງານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ຮ່ວມມືກັນຮັບມືກັບສະພາບຈຳນວນປະຊາກອນສູງອາຍຸກວມເອົາສ່ວນຫຼາຍ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຕ້ອນຮັບທ່ານ Muraoka Tsugumasa, ເຈົ້າແຂວງໆ Yamaguchi (ພາບ: TTXVN)

ຕອນບ່າຍວັນທີ 16 ທັນວາ, ຢູ່ສຳນັກງານລັດຖະບານ, ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ  ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ Muraoka Tsugumasa, ເຈົ້າແຂວງໆ Yamaguchi, ພ້ອມດ້ວຍຄະນະຜູ້ແທນ, ວິສາຫະກິດແຂວງ Yamaguchi (ຍີ່ປຸ່ນ) ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງວັນເຊັນບົດບັນທຶກຊ່ວຍຈຳວ່າດ້ວຍການຮ່ວມມືລະຫວ່າງ ແຂວງ Yamaguchi ແລະ ແຂວງ ບິ່ງເຢືອງ ຄົບຮອບ 10 ປີ. ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີໃຫ້ ຍີ່ປຸ່ນ ສືບຕໍ່ໜູນຊ່ວຍ ຫວຽດນາມ ປະຕິບັດ 3 ບຸກທະລຸຍຸດທະສາດກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ແຫຼ່ງຊັບພະຍາກອນມະນຸດ; ພ້ອມດຽວກັນນັ້ນ, ກໍ່ຊຸກຍູ້ການແລກປ່ຽນວັດທະນະທຳ, ຮ່ວມມືດ້ານແຮງງານ, ບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດທີ່ມີຄຸນນະພາບສູງ ແລະ ຮ່ວມມືກັນຮັບມືກັບສະພາບຈຳນວນປະຊາກອນສູງອາຍຸກວມເອົາສ່ວນຫຼາຍ.

        ສ່ວນເຈົ້າແຂວງໆ Yamaguchi, ທ່ານ Muraoka Tsugumasa ຢັ້ງຢືນວ່າ ຈະຄົ້ນຄວ້າ ແລະ ຊຸກຍູ້ການຮ່ວມມືກັບແຂວງ ບິ່ງເຢືອງ ແລະ ບັນດາທ້ອງຖິ່ນຂອງ ຫວຽດນາມ ໃນຂົງເຂດອື່ນໆໃຫ້ຫຼາຍກວ່າອີກ. ພ້ອມທັງໃຫ້ຄຳໝັ້ນສັນຍາ ຈະສົມທົບກັບຝ່າຍ ຫວຽດນາມ ຢ່າງແໜ້ນແຟ້ນ ເພື່ອຊຸກຍູ້ການຮ່ວມມືບຳລຸງສ້າງຊັບພະຍາກອນມະນຸດ ແລະ ປາດຖະໜາວ່າ ຫວຽດນາມ ຈະເປີດປະຕູໃຫ້ບັນດາຜະລິດຕະພັນທີ່ເປັນເອກະລັກຂອງແຂວງ ສົ່ງອອກໄປຍັງ ຫວຽດນາມ ຢ່າງສະດວກ.


top