ຂ່າວສານ ນາຍທະຫານໜຸ່ມກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ: ເຕັມໄປດ້ວຍນ້ຳໃຈມິດຕະພາບ - ກ້າວເດີນຢ່າງໝັ້ນແກ່ນໃນອະນາຄົດ 30/05/2026 ຕອນບ່າຍວັນທີ 29 ພຶດສະພາ, ຢູ່ນະຄອນ ດ່າໜັງ, ຄະນະຊາວໜຸ່ມກອງທັບ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດລາຍງານພົບປະແລກປ່ຽນນາຍທະຫານໜຸ່ມ ກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. ບັນດາຜູ້ແທນເຂົ້າຮ່ວມລາຍການພົບປະແລກປ່ຽນ (ພາບ: qdnd.vn) ລາຍການພົບປະແລກປ່ຽນ ມີຫົວຂໍ້ “ເຕັມໄປດ້ວຍນ້ຳໃຈມິດຕະພາບ - ກ້າວເດີນຢ່າງໝັ້ນແກ່ນໃນອະນາຄົດ”. ເມື່ອກ່າວຄຳເຫັນທີ່ລາຍການ, ຜູ້ຕາງໜ້າຄະນະນາຍທະຫານໜຸ່ມສາມປະເທດ ໄດ້ຢັ້ງຢືນວ່າ, ລາຍການພົບປະແລກປ່ຽນຄັ້ງນີ້ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ແນໃສ່ຜັນຂະຫຍາຍຄວາມຮັບຮູ້ລວມຂອງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ເປັນລະອຽດ; ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ປັບປຸງຄວາມເຊື່ອໝັ້ນ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ ແລະ ກອງທັບສາມປະເທດ. ນີ້ກໍແມ່ນໂອກາດເພື່ອໃຫ້ນາຍທະຫານໜຸ່ມ ແລກປ່ຽນບົດຮຽນປະສົບການກ່ຽວກັບການນຳພາ, ບັນຊາ, ຝຶກແອບ, ກຽມພ້ອມສູ້ຮົບ, ການສຶກສາດ້ານການເມືອງແນວຄິດ; ແບ່ງປັນບັນດາຮູບແບບທີ່ດີ, ວິທີເຮັດທີ່ມີປະສິດທິຜົນໃນການຄົ້ນຄວ້າວິທະຍາສາດ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ການເຄື່ອນໄຫວຊາວໜຸ່ມໃນກອງທັບ.

ຕອນບ່າຍວັນທີ 29 ພຶດສະພາ, ຢູ່ນະຄອນ ດ່າໜັງ, ຄະນະຊາວໜຸ່ມກອງທັບ, ກົມໃຫຍ່ການເມືອງກອງທັບປະຊາຊົນ ຫວຽດນາມ ໄດ້ຈັດລາຍງານພົບປະແລກປ່ຽນນາຍທະຫານໜຸ່ມ ກອງທັບສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ. ບັນດາຜູ້ແທນເຂົ້າຮ່ວມລາຍການພົບປະແລກປ່ຽນ (ພາບ: qdnd.vn) ລາຍການພົບປະແລກປ່ຽນ ມີຫົວຂໍ້ “ເຕັມໄປດ້ວຍນ້ຳໃຈມິດຕະພາບ - ກ້າວເດີນຢ່າງໝັ້ນແກ່ນໃນອະນາຄົດ”. ເມື່ອກ່າວຄຳເຫັນທີ່ລາຍການ, ຜູ້ຕາງໜ້າຄະນະນາຍທະຫານໜຸ່ມສາມປະເທດ ໄດ້ຢັ້ງຢືນວ່າ, ລາຍການພົບປະແລກປ່ຽນຄັ້ງນີ້ ແມ່ນການເຄື່ອນໄຫວທີ່ມີຄວາມໝາຍຢ່າງແທດຈິງ ແນໃສ່ຜັນຂະຫຍາຍຄວາມຮັບຮູ້ລວມຂອງລັດຖະມົນຕີກະຊວງປ້ອງກັນປະເທດສາມປະເທດ ຫວຽດນາມ - ລາວ - ກຳປູເຈຍ ເປັນລະອຽດ; ປະກອບສ່ວນເພີ່ມທະວີຄວາມເຂົ້າໃຈເຊິ່ງກັນ ແລະ ກັນ, ປັບປຸງຄວາມເຊື່ອໝັ້ນ, ເພີ່ມພູນຄູນສ້າງສາຍພົວພັນສາມັກຄີມິດຕະພາບທີ່ເປັນມູນເຊື້ອລະຫວ່າງປະຊາຊົນ ແລະ ກອງທັບສາມປະເທດ. ນີ້ກໍແມ່ນໂອກາດເພື່ອໃຫ້ນາຍທະຫານໜຸ່ມ ແລກປ່ຽນບົດຮຽນປະສົບການກ່ຽວກັບການນຳພາ, ບັນຊາ, ຝຶກແອບ, ກຽມພ້ອມສູ້ຮົບ, ການສຶກສາດ້ານການເມືອງແນວຄິດ; ແບ່ງປັນບັນດາຮູບແບບທີ່ດີ, ວິທີເຮັດທີ່ມີປະສິດທິຜົນໃນການຄົ້ນຄວ້າວິທະຍາສາດ, ນະວັດຕະກຳ, ຫັນເປັນດີຈີຕອນ ແລະ ການເຄື່ອນໄຫວຊາວໜຸ່ມໃນກອງທັບ.