ຂ່າວສານ

ນາຍົກລັດຖະມົນຕີເປັນປະທານການເຮັດວຽກກັບຄະນະກຳທະການສູນກາງແນວໂຮມປະເທດຊາດຫວຽດນາມ


(ກອງ​ປະ​ຊຸມປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ບານ ແລະ 
ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ)
      ຕອນ​ເຊົ້າ​ວັ​ນ​ທີ 10/02, ຢູ່​ຮ່າ​ໂນ້ຍ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ; ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍ​ີນ ໄດ້​ເປັນ​ປະ​ທານກອງ​ປະ​ຊຸມປະ​ຈຳ​ປີ​ລະ​ຫວ່າງ​ລັດ​ຖະ​ບານ ແລະ ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນ​ວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ. ເຂົ້າ​ຮ່ວມ​​ກອງ​ປະ​ຊຸມຍັງ​ມີ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈືອງ​ຮ່​ວາ​ບິ່ງ; ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ວູ​ດຶກ​ດາມ.
        ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ຫງວຽນ​ທ້ຽນ​ເຍີນ ສະ​ເໜີ​ວ່າ, ໃນ​ໄລ​ຍ​ະ​ຈະ​ມາ​ເຖິງ, 2 ອົງ​ການ​ສົມ​ທົບ​ກັນ​ຜັນ​ຂະ​ຫຍາຍ​ລາຍ​ການ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ແມ່ນ​ຫຼຸດ​ຜ່ອນ​ຄວາມ​ອຶດ​ຫິວ​ແບບ​ຍື​ນ​ຍົງ, ​ສ້າງຊົນ​ນະ​ບົດ​ໃໝ່, ເຂດ​ຕົວ​ເມືອງ​ສີ​ວິ​ໄລ; ສະ​ເໜີ​ໃຫ້​ລັດ​ຖະ​ບານ​ປະ​ກາດ​​ໃຊ້ມາດ​ຕະ​ຖານ​ໃນ​ການກໍ່​ສ້າງ​ຊົນ​ນະ​ບົດ​ໃໝ່ - ເຂດ​ຕົວ​ເມືອງ​ສີ​ວິ​ໄລ​ໂດຍ​ໄວ…
        ສະ​ຫຼຸບກອງ​ປະ​ຊຸມ, ທ່​ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ຊວນ​ຟຸກ ຕັກ​ເຕືອນ​ວ່າ, ຕ້ອງ​ມີ​ການ​ປະ​ສານ​ສົມ​ທົບ​ຢ່າງ​ແໜ້ນ​ແຟ້ນກວ່າ​ລະ​ຫວ່າງ 2 ອົງ​ການ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ກໍ​ເປັນ​ເອ​ກະ​ພາບ​ກັບ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ປະ​ຕິ​ບັດ​ວຽກ​ງານ​ສະ​ຫຼຸບ 5 ປີ​ແຫ່ງ​ການ​ປະ​ຕິ​ບັດ​ກົດ​ໝາຍ​ວ່າ​ດ້ວຍ​ສະ​ຫະ​ກອນ, ຍົກ​ອອກ​ບັນ​ດາ​ກົນ​ໄກ​ປະ​ຕິ​ບັດ​ເປັນ​ຢ່າງ​ດີກວ່າ; ເຫັນ​ດີ​ກັບ​ຂໍ້​ສະ​ເໜີ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດ​ນາມ ກ່ຽວ​ກັບ​ການ​ປັບ​ປຸງ, ເພີມ​ເຕີມ, ປະ​ກາດ​ໃຊ້, ຍູ້​ແຮງ​ການ​ປະ​ຕິ​ບັດ​ບາງ​ກົນ​ໄກ, ຂໍ້​ກຳ​ນົດ​ທີ່​ກ່ຽວ​ຂ​້ອ​ງ​ເຖິງ​ການ​ເຄື່ອນ​ໄຫວ​ຂອງ​ແນວ​ໂຮມ​ປະ​ເທດ​ຊາດ​ ແລະ ມອບ​ໝາຍໃຫ້​ບັນ​ດາ​ອົງ​ການ​ທີ່​ກ່​ຽວ​ຂ້ອງ​ປະ​ຕິ​ບັດ…
(ແຫຼ່ງຄັດຈາກ VOV)

top