ຂ່າວສານ

ນາຍົກລັດຖະມົນຕີເປັນປະທານກອງປະຊຸມທາງອອນລາຍ ກັບບັນດາທ້ອງຖິ່ນກ່ຽວກັບວຽກງານປ້ອງກັນ,ຕ້ານໂລກລະບາດໂຄວິດ-19

ໂລກລະບາດໂຄວິດ-19 ຮອບທີ 4 ນີ້ແຜ່ລະບາດເປັນເວລາເກືອບ 100 ວັນແລ້ວ. ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງ ເພື່ອຍູ້ໂລກລະບາດໃຫ້ຖອຍໄປໃນຂອບເຂດທົ່ວປະເທດ.
ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ກອງປະຊຸມ. (ພາບ: TTXVN)

ຕອນເຊົ້າວັນທີ 30 ກໍລະກົດ, ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ໄດ້ເປັນປະທານກອງປະຊຸມທາງອອນລາຍລະຫວ່າງລັດຖະບານກັບບັນດາທ້ອງຖິ່ນກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ແລະ ວິທີການຈັດຕັ້ງ, ຜັນຂະຫຍາຍການປະຕິບັດບັນດາເນື້ອໃນ, ໜ້າທີ່ທີ່ສະພາບແຫ່ງຊາດຊຸດທີ XV ຕົກລົງທີ່ກອງປະຊຸມຄັ້ງປະຖົມມະລຶກ ກ່ຽວຂ້ອງເຖິງວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ໃຫ້ຮູ້ວ່າ, ໂລກລະບາດໂຄວິດ-19 ຮອບທີ 4 ນີ້ແຜ່ລະບາດເປັນເວລາເກືອບ 100 ວັນແລ້ວ. ດ້ວຍການເຂົ້າຮ່ວມຂອງທັງລະບົບການເມືອງ, ຫວຽດນາມ ມີຄວາມມານະພະຍາຍາມຫຼາຍຢ່າງ ເພື່ອຍູ້ໂລກລະບາດໃຫ້ຖອຍໄປໃນຂອບເຂດທົ່ວປະເທດ. ເຖິງຢ່າງໃດກໍ່ຕາມ, ສະພາບໂລກລະບາດຍັງມີການຜັນແປຢ່າງສັບສົນ, ພິເສດແມ່ນຢູ່ນະຄອນ ໂຮ່ຈີມິນ, ບາງແຂວງທາງພາກໃຕ້ ແລະ ພາກກາງ. ທີ່ກອງປະຊຸມຄັ້ງປະຖົມມະລຶກ, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV ໄດ້ມີມະຕິລວມ, ໃນນັ້ນສະຫງວນເວລາຫຼາຍໃຫ້ແກ່ວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ-19, ພິເສດແມ່ນອະນຸຍາດໃຫ້ນຳໃຊ້ບັນດາມາດຕະການຢ່າງແຮງກວ່າ, ນັບທັງບັນດາເນື້ອໃນໄດ້ກຳນົດໃນກົດໝາຍ.

        ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສສຊເຂົ້າຮ່ວມກອງປະຊຸມທຸກທ່ານຈົ່ງສຸມໃສ່ປຶກສາຫາລືກ່ຽວກັບສະພາບການປ້ອງກັນ, ຕ້ານໂລກລະບາດໂຄວິດ-19; ຕີລາຄາສະພາບການໂລກລະບາດຢູ່ພາກພື້ນ ແລະ ໃນໂລກ ເພື່ອໃຫ້ມີສະຕິຄວາມຮັບຮູ້, ວິທີສຳຜັດ, ມາດຕະການແກ້ໄຂໃໝ່ໃນການປ້ອງກັນ, ຕ້ານໂລກລະບາດ.

(ແຫຼ່ງຄັດຈາກ VOV)


top