ຂ່າວສານ

ນາຍົກລັດຖະມົນຕີເຂົ້າຮ່ວມກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສົ່ງເສີມການລົງທຶນຂອງແຂວງ ບາກລຽວ

ກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສົ່ງເສີມການລົງທຶນຂອງແຂວງ ບາກລຽວ ຖືກດຳເນີນໃນຕອນເຊົ້າວັນທີ 30 ມັງກອນ, ດ້ວຍຫົວຂໍ້ວ່າ “ປຸກລູກຄວາມສາມາດບົ່ມຊ້ອນ - ພັດທະນາແບບຍືນຍົງ”.


ກອງປະຊຸມຫົວເລື່ອງສະເພາະກ່ຽວກັບການສົ່ງເສີມການລົງທຶນຂອງແຂວງ ບາກລຽວ

(ພາບ: sggp.org.vn)

ເຂົ້າຮ່ວມ ແລະ ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕີລາຄາສູງຫົວຂໍ້ຂອງກອງປະຊຸມ ແລະ ຊົມເຊີຍບັນດານັກລົງທຶນໃຫ້ຄຳໝັ້ນສັນຍາລົງທຶນກວ່າ 100.000 ຕື້ດົ່ງເຂົ້າໃນຫຼາຍຂົງເຂດທີ່ມີທ່າແຮງຂອງບາກລຽວ. ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ກ່າວວ່າ.

        “ຖ້າຫາກຮູ້ວີທີຂຸດຄົ້ນຄວາມສາມາດບົ່ມຊ້ອນທ່າແຮງຂອງຕົນຢ່າງມີປະສິດທິຜົນແບບຍືນຍົງ, ຕິດພັນກັບທ່າອ່ຽງເຕັກໂນໂລຊີໃໝ່, ແຂວງ ບາກລຽວ ສາມາດກາຍເປັນແກ້ວມະນີຂຽວງາມຢູ່ຝັ່ງທະເລທາງທິດຕາເວັນຕົກພາກໃຕ້ຂອງປະເທດຊາດ. ພວກເຮົາເຊື່ອໝັ້ນວ່າ, ສິ່ງນັ້ນຈະໄດ້ຈັດຕັ້ງປະຕິບັດຢູ່ບາກລຽວ. ສິ່ງດັ່ງກ່າວແມ່ນສາມາດປະຕິບັດໄດ້. ມີພຽງແຕ່ພວມເຮົາຄວນສ້າງສະພາບແວດລ້ອມແຫ່ງການລົງທຶນໃຫ້ເປັນຢ່າງດີກວ່າອີກ, ສະດວກກວ່າອີກ ເພື່ອໃຫ້ນັກລົງທຶນຢູ່ພາຍໃນ ແລະ ຕ່າງປະເທດຮູ້ເຖິງເຂດທະເລ, ເຂດດິນແດນທີ່ມີຄວາມສາມາດບົ່ມຊ້ອນນີ້, ນັບທັງຄວາມສາມາດບົ່ມຊ້ອນດ້ານເສດຖະກິດ ແລະ ວັດທະນະທຳ, ປະຕິບັດບັນດາເປົ້າໝາຍເຊິ່ງພວກເຮົາໄດ້ຍົກອອກມາ”.

(ແຫຼ່ງຄັດຈາກ VOV)



top